lo_tw/bible/other/snare.md

3.2 KiB

ບ້ວງ, ກັບດັກ

ນິຍາມ

ຄຳວ່າ "ບ້ວງ" ແລະ "ກັບດັກ" ໝາຍເຖິງເຄື່ອງມືທີ່ໃຊ້ໃນການຈັບສັດແລະຂັງສັດຈາກການໜີ ໃນພຣະຄຳພີຄຳເຫລົ່ານີ້ໃຊ້ເຊີງປຽບທຽບໃນການເວົ້າເຖິງຄວາມບາບແລະການທົດລອງທີ່ເໝືອນກັບບ້ວງທີ່ຖືກເຊື່ອງໄວ້ຄອຍຈັບຄົນແລະທຳຮ້າຍພວກເຂົາ.

  • "ບ້ວງ" ຈະມີບ້ວງເຊືອກຫລືສາຍທີ່ຈະຮັດແໜ້ນຢ່າງກະທັນຫັນເມື່ອສັດຍ່າງເຂົ້າມາໃນບ້ວງ ຂາຂອງມັນກໍຈະຕິດກັບບ້ວງນັ້ນ.
  • ໂດຍປົກກະຕິແລ້ວ"ກັບດັກ" ຈະເຮັດມາຈາກໂລຫະຫລືໄມ້ແລະມີສອງສ່ວນທີ່ຈະຮັດຢ່າງກະທັນຫັນແລະມີພະລັງເພື່ອຈະຈັບສັດ ດັ່ງນັ້ນມັນຈຶ່ງບໍ່ສາມາດໜີໄປໄດ້ ບາງເທື່ອກັບດັກຍັງເຮັດເປັນຂຸມເລິກເພື່ອທີ່ຈະໃຫ້ບາງສິ່ງຕົກເຂົ້າມາໃນກັບດັກນັ້ນ.
  • ໂດຍປົກກະຕິບ້ວງຫລືກັບດັກຈະຖືກເຊື່ງໄວ້ ດັ່ງນັ້ນເຫຍື່ອຈະຖືກເອົາໄປໂດຍທີ່ບໍ່ໄດ້ຕັ້ງຕົວເລີຍ.
  • ປະ​ໂຫຍກ​ທີ່​ວ່າ "ວາງກັບດັກ" ໝາຍເຖິງການຕຽມຄວາມພ້ອມຂອງກັບດັກເພື່ອຈັບບາງສິ່ງບາງຢ່າງ.
  • ການ"ຕົກເຂົ້າໄປໃນກັບດັກ" ໝາຍເຖິງການຕົກເຂົ້າໄປໃນຂຸມເລິກຫລືຫລຸມພາງທີ່ຖືກຂຸດແລະເຊື່ອງໄວ້ເພື່ອຈັບສັດ.
  • ເມື່ອໃຊ້ການປຽບທຽບ ການຖືກຈັບໃນກັບດັກຫລືບ້ວງຈະປຽບທຽບກັບການທີ່ບຸກຄົນຖືກເຮັດໃຫ້ຕິດກັບ ໃນຄວາມບາບເຊັ່ນດຽວກັບທີ່ສັດຖືກຈັບໂດຍບ້ວງຫລືກັບດັກນັ້ນ.
  • ເຊັ່ນດຽວກັບສັດທີ່ຢູ່ໃນອັນຕະລາຍແລະບາດເຈັບເພາະການຕິດຢູ່ໃນກັບດັກ ດັ່ງນັ້ນບຸກຄົນທີ່ຕົກລົງໄປໃນກັບດັກຂອງຄວາມບາບກໍກຳລັງຖືກເຮັດຮ້າຍໂດຍຄວາມບາບນັ້ນແລະຕ້ອງການ ການທີ່ຈະຖືກປ່ອຍຈາກບາບນັ້ນ.