lo_tw/bible/other/prostitute.md

2.3 KiB

ໂສເພນີ, ຄ້າມະນຸດ, ເພດ,ຍິງແພດສະຍາ,ຍິງຂາຍບໍຣິການທາງເພດ

ນິຍາມ

ຄຳວ່າ "ໂສເພນີ" ແລະ "ຊາວແພດສະຍາ" ອ້າງເຖິງບຸກຄົນທີ່ປະກອບການທາງເພດເພື່ອເງີນຫລືເພື່ອພິທີກຳທາງສາດສະຫນາ ໂສເພນີຫລືຊາວແພດສະຍາມັກຈະເປັນເພດຍິງ ແຕ່ບາງຄົນກໍເປັນເພດຊາຍ

  • ໃນພະຄັມພີ ຄຳວ່າ "ໂສເພນີ" ບາງເທື່ອໃຊ້ເປັນຄຳອຸບປະມາອຸບປະມັຍອ້າງເຖິງບຸກຄົນທີ່ນະມັດສະການພະທຽມເທັດຫລືຜູ້ກະທຳເວດມົນຄາຖາ
  • ສຳນວນທີ່ວ່າ "ຫລິ້ນຍິງແພດສະຍາ" ໝາຍເຖິງການກະທຳທີ່ເໝືອນຍິງແພດສະຍາໂດຍການເຮັດຜິດສິນລະທຳທາງເພດ ສຳນວນນີ້ໃນພະຄັມພີຍັງໃຊ້ເພື່ອປຽບເຖິງຄົນທີ່ນະມັດສະການຮູບເຄົາລົບ
  • "ເປັນໂສເພນີ" ກັບບາງສິ່ງໝາຍເຖິງການເຮັດຜິດສິນລະທຳທາງເພດ ຫລື ເມື່ອໃຊ້ເປັນຄຳອຸບປະມາອຸບປະມັຍກັບການບໍ່ຊື່ສັດກັບພະເຈົ້າໂດຍການນະມັດສະການພະທຽມເທັດ
  • ໃນສະໄໝບູຮານ ບາງວິຫານຂອງຄົນຕ່າງຊາດໃຊ້ໂສເພນີຜູ້ຊາຍແລະຜູ້ຍິງເປັນສ່ວນຫນຶ່ງຂອງພິທີກຳຂອງພວກເຂົາ
  • ຄຳນີ້ສາມາດແປໂດຍຄຳຫລືປະໂຫຍກທີ່ໃຊ້ໃນພາສາອັນເພື່ອອ້າງເຖິງໂສເພນີ ບາງພາສາອາດມີຄຳສຸພາບໃນການນີ້ (ເບິ່ງ: rc://*/ta/man/translate/figs-euphemism)