lo_tw/bible/other/oath.md

4.0 KiB

ຄໍາສາບານ, ສາບົດ, ສາບານໂດຍ...

ນິຍາມ

ໃນພຣະຄັມພີ, ການສາບານ ຄືການເຮັດສັນຍາ ເປັນທາງການວ່າຈະເຮັດສິ່ງໃດສິ່ງໜຶ່ງ. ບຸກຄົນທີ່ສາບານນັ້ນ ຈະຕ້ອງທໍາຕາມທີ່ສັນຍາໄວ້ ການສາບານກ່ຽວຂ້ອງ ກັບຄວາມມຸ່ງຫມັ້ນທີ່ຈະສັດຊື່ ແລະຈິງໃຈ.

  • ຫລາຍເທື່ອຢູ່ໃນສານ, ພະຍານໃຫ້ຄໍາສາບານ ເພື່ອສັນຍາວ່າສິ່ງທີ່ເຂົາຈະເວົ້ານັ້ນເປັນຄວາມຈິງ ແລະຕົງຕາມຂໍ້ແທ້ຈິງ.
  • ໃນພຣະຄັມພີນັ້ນ ຄໍາວ່າ "ສາບານ" ໝາຍເຖິງການກ່າວຄໍາສາບານ.
  • ຄໍາວ່າ "ສາບານໂດຍ" ຫມາຍເຖິງ ການອ້າງເຖິງນາມ ຫລືຊື່ຂອງບາງສິ່ງ ເຊິ່ງເປັນພື້ນຖານ ຫລືມີພະລັງຕໍ່ຄໍາສາບານນັ້ນ.
  • ບາງຄັ້ງ ຄໍາເຫລົ່ານີ້ ຈະໃຊ້ນໍາກັນ 'ສາບົດສາບານ.'
  • ອັບຣາຮາມ ແລະອາບີເມເຫລັກ ໄດ້ກ່າວຄໍາສາບານເມື່ອພວກເຂົາ ໄດ້ເຮັດພັນທະສັນຍາຮ່ວມກັນ ກ່ຽວກັບການໃຊ້ ບໍ່ນໍ້າ.
  • ອັບຣາຮາມ ໃຫ້ຄົນໃຊ້ສາບານ (ຫລືສັນຍາຍ່າງເປັນທາງການ) ວ່າເຂົາຈະຫາເມຍ ໃຫ້ອີຊາກຈາກບັນດາຕະກູນ ຂອງອັບຣາຮາມ.
  • ພຣະເຈົ້າກໍກ່າວ ຄຳສາບານເຊັ່ນດຽວກັນ ເຊິ່ງພຣະອົງສັນຍາກັບປະຊາກອນຂອງພຣະອົງ.
  • ຄວາມໝາຍຂອງຄໍາວ່າ "ສາບົດ" ໃນສະໄຫມໃຫມ່ ນັ້ນໝາຍເຖິງການໃຊ້ຄໍາເວົ້າທີ່ບໍ່ສຸພາບ ເຊິ່ງບໍ່ແມ່ນຄວາມໝາຍ ດຽວກັນທີ່ໃຊ້ໃນພຣະຄັມພີ.

ຄໍາແນະນໍາໃນການແປ

  • ຂຶ້ນຢູ່ກັບບໍຣິບົດ ຄໍາວ່າ "ຄໍາສາບານ" ນັ້ນສາມາດແປໄດ້ວ່າ "ຄໍາປະຕິຍານ" ຫລື "ການສັນຍາ ຢ່າງເປັນພິທີການ."
  • ຄໍາວ່າ "ສາບົດ" ສາມາດແປໄດ້ວ່າ "ສັນຍາຢ່າງເປັນທາງການ" ຫລື "ປະຕິຍານວ່າ" ຫລື "ໃຫ້ຄໍາໝັ້ນວ່າ ຈະທໍາບາງສິ່ງບາງຢ່າງ"
  • ວິທີອື່ນໃນການແປ "ປະຕິຍານໃນນາມຂອງເຮົາ​" ສາມາດລວມ "ເຮັດສັນຍາ ໂດຍໃຊ້ນາມຂອງເຮົາ ເພື່ອຢືນຢັນ."
  • "ການສັນຍາ ໂດຍຟ້າສະຫວັນ ແລະແຜ່ນດິນໂລກ" ນັ້ນສາມາດແປໄດ້ວ່າ, "ສັນຍາທີ່ຈະເຮັດ ບາງສິ່ງບາງຍ່າງໂດຍເອົາສະຫວັນ ແລະແຜ່ນດິນໂລກ ມາຢືນຢັນ."
  • ໃຫ້ໝັ້ນໃຈວ່າ ການແປຄໍາວ່າ "ສາບົດ" ຫລື "ສາບານ" ນັ້ນບໍ່ໄດ້ອ້າງເຖິງ ການສາບແຊ່ງ. ໃນພຣະຄັມພີ ແມ່ນບໍ່ມີຄວາມຫມາຍແບບນັ້ນ.