lo_tw/bible/other/mighty.md

4.6 KiB

ເຕັມດ້ວຍຣິດເດດ, ຣິດທານຸພາບ

ນິຍາມ

ຄຳວ່າ "ເຕັມດ້ວຍຣິດເດດ" ແລະ "ຣິດທານຸພາບ" ບົ່ງບອກເຖິງການມີພະລັງ ຫລືມີອຳນາດຍິ່ງໃຫຍ່.

  • ມີຫລາຍເທື່ອທີ່ຄຳວ່າ "ຣິດທານຸພາບ" ແມ່ນໃຊ້ຄຳອື່ນ ຄືຄຳວ່າ "ກຳລັງ." ແຕ່ຕອນໃດທີ່ເວົ້າກ່ຽວກັບພຣະເຈົ້າ, ມັນສາມາດແປວ່າ "ພະລັງ."
  • ຄຳເວົ້າ, "ພວກຜູ້ຊາຍທີ່ມີຣິດເດດ" ສ່ວນຫລາຍມັກບົ່ງບອກເຖິງພວກຜູ້ຊາຍທີ່ມີຄວາມກ້າຫານ ແລະມີໄຊຊະນະໃນການຕໍ່ສູ້. ໃນວົງດົນຕຣີຂອງດາວິດ ມີຜູ້ຊາຍຫລາຍຄົນທີ່ມີທັງຄວາມສັດຊື່ ແລະ ຊ່ວຍຄຸ້ມຄອງຮັກສາລາວ ເຊິ່ງຈະເອີ້ນຄົນເຫລົ່ານັ້ນວ່າແມ່ນ "ຜູ້ຊາຍທີ່ມີຣິດເດດ."
  • ເຊັ່ນດຽວກັນ ພຣະເຈົ້າ ຄືຜູ້ທີ່ຖືກບົ່ງບອກໄວ້ຢ່າງຊັດເຈນວ່າ "ເປັນອົງຜູ້ຊົງຣິດເດດ."
  • ຄຳເວົ້າ, ກິດຈະການທີ່ເຕັມດ້ວຍຣິດທານຸພາບ ຕາມປົກກະຕິຈະບົ່ງບອກເຖິງສິ່ງມະຫັດສະຈັນຕ່າງໆ ທີ່ພຣະເຈົ້າຊົງກະທຳ, ໂດຍສະເພາະເລື່ອງການອັດສະຈັນຕ່າງໆ.
  • ຄຳນີ້ ເຊື່ອມໂຍງກັບຄຳວ່າ, ຜູ້ຊົງຣິດທານຸພາບສູງສຸດ, ເຊິ່ງເປັນຄຳທີ່ໃຊ້ອະທິບາຍສຳລັບພຣະເຈົ້າ, ມີຄວາມໝາຍວ່າ ພຣະອົງ ຄືຜູ້ທີ່ມີຣິດອຳນາດຄົບຖ້ວນສົມບູນ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບເນື້ອໃນຂອງເລື່ອງ, ຄຳວ່າ "ເຕັມດ້ວຍຣິດເດດ" ສາມາດແປໄດ້ອີກວ່າ "ເຕັມດ້ວຍອຳນາດ" ຫລື "ມະຫັດສະຈັນ" ຫລື "ມີກຳລັງຫລາຍ."
  • ປະໂຫຍກ "ຣິດທານຸພາບຂອງພຣະອົງ" ສາມາດແປໄດ້ອີກວ່າ "ກຳລັງຂອງພຣະອົງ" ຫລື "ອຳນາດຂອງພຣະອົງ."
  • ໃນພຣະທຳກິດຈະການ ບົດທີ 7, ໄດ້ບັນລະຍາຍເຖິງໂມເຊວ່າ "ທັງຄຳເວົ້າແລະການກະທຳເຕັມດ້ວຍຣິດເດດ." ນີ້ກໍສາມາດແປໄດ້ວ່າ, "ໂມເຊໄດ້ເວົ້າຖ້ອຍຄຳທີ່ມີຣິດອຳນາດຈາກພຣະເຈົ້າ ແລະ ໄດ້ເຮັດສິ່ງຕ່າງໆ ທີ່ມະຫັດສະຈັນ" ຫລື "ໂມເຊໄດ້ເວົ້າຖ້ອຍຄຳທີ່ມີພະລັງຂອງພຣະເຈົ້າ ແລະ ໄດ້ເຮັດສິ່ງທີ່ອັດສະຈັນຕ່າງໆ."
  • ຂຶ້ນຢູ່ກັບເນື້ອໃນຂອງເລື່ອງ, "ກິດຈະການທີ່ເຕັມດ້ວຍຣິດທານຸພາບ" ສາມາດແປໄດ້ອີກວ່າ, "ທຸກສິ່ງທີ່ມະຫັດສະຈັນນັ້ນ ແມ່ນພຣະເຈົ້າເປັນຜູ້ກະທຳ" ຫລື "ສິ່ງມະຫັດສະຈັນຕ່າງໆ" ຫລື "ພຣະເຈົ້າກະທຳທຸກສິ່ງດ້ວຍຣິດອຳນາດ."
  • ຄຳວ່າ "ຣິດທານຸພາບ" ສາມາດແປໄດ້ອີກວ່າ "ອຳນາດ" ຫລື "ພະລັງຍິ່ງໃຫຍ່."
  • ຢ່າສັບສົນຄຳນີ້ກັບຄຳໃນພາສາອັງກິດ ທີ່ຖືກໃຊ້ເພື່ອສະແດງຄວາມເປັນໄປໄດ້, ເຊັ່ນ "ຝົນມັນອາດຈະຕົກ."