lo_tw/bible/other/loins.md

2.1 KiB

ແອວ

ນິຍາມ

ຄຳວ່າ '' ແອວ " ອ້າງເຖິງສ່ວນຮ່າງກາຍຂອງສັດ ຫລື ບຸກຄົນທີ່ຢູ່ລະຫວ່າງກະດູກຊີກໂຄງດ້ານລຸ່ມກັບກະດູກເຊີງກາມ ຫລື ຮູ້ຈັກກັນດີວ່າ ທ້ອງນ້ອຍ.

  • ຄຳກ່າວ " ຈົງຄາດແອວ " ອ້າງເຖືງການຕຽມຕົວເຮັດວຽກຫນັກ ມັນມາຈາກທຳນຽມການປັກຊາຍເສື້ອຄຸມຂື້ນໄປທີ່ເຂັມຂັດຮອບແອວເພື່ອທີ່ຈະເຄື່ອນໄຫວໄດ້ສະດວກ.
  • ຄຳວ່າ " ແອວ " ໄດ້ຖືກນຳໃຊ້ຢູ່ເລື້ອຍໆໃນພຣະຄຳພີອ້າງເຖືງສ່ວນລຸ່ມດ້ານຫລັງຂອງສັດທີ່ຖະຫວາຍບູຊາ.
  • ໃນພຣະຄຳພີ ຄຳວ່າ " ແອວ " ມັກຈະອ້າງໃນເຊີງອຸປະມາຫລາຍຄັ້ງ ແລະ ເປັນຄຳ ສະລະສະຫລວຍທີ່ໃຊ້ກັບອະໄວຍະວະໃນການສືບພັນຂອງຜູ້ຊາຍ ເປັນຄືກັບແຫຼ່ງທີ່ມາຂອງເຊື້ອສາຍຂອງເຂົາ. ( ເບິງ : rc://*/ta/man/translate/figs-euphemism)
  • ຄຳກ່າວ " ຈະມາຈາກແອວຂອງທ່ານ " ສາມາດແປວ່າ " ຈະເປັນລູກຫລານຂອງທ່ານ " ຫລື " ຈະເກີດຈາກເມັດພັນຂອງທ່ານ " ຫລື " ພຣະເຈົ້າຈະເຮັດໃຫ້ມາຈາກທ່ານ. " ( ເບິງ: rc://*/ta/man/translate/figs-euphemism)
  • ເມື່ອອ້າງເຖືງສ່ວນຮ່າງກາຍ ນີ້ສາມາດແປວ່າ " ທ້ອງ " ຫລື " ແອວ " ຂື້ນຢູ່ກັບສະພາບແວດລ້ອມ.