lo_tw/bible/other/like.md

4.3 KiB

ຄືກັນ, ຄ້າຍຄືກັນ

ນິຍາມ

ຄຳວ່າ " ຄືກັນ " ແລະ " ຄວາມຄ້າຍຄືກັນ " ອ້າງອີງເຖີງບາງສິ່ງທີ່ຄືກັນ ຫລືຄ້າຍຄືກັນກັບບາງສິ່ງບາງຢ່າງ

  • ຄຳວ່າ " ຄືກັນ " ສ່ວນຫລາຍມັກຈະໃຊ້ໃນການກ່າວເປັນຄຳອຸປະມາທີ່ເອີ້ນວ່າ " ຄຳອຸປະມາ " ເຊຶ່ງບາງຢ່າງຖືກປຽບທຽບກັບອີກຢ່າງຫນຶ່ງ ໂດຍປົກກະຕິຈະສະແດງເຖຶງລັກສະນະຕົວຢ່າງເຊັ່ນ " ຄຳອຸປະມາ " ເຄື່ອງນຸ່ງຂອງເຂົາສ່ອງປະກາຍຄືກັບດວງຕາເວັນ ແລະ ສຽງດັງຄືກັບຟ້າພ່າ ( ເບິງ: rc://*/ta/man/translate/figs-simile)
  • ເປັນຄືກັນ " ຫລື " ສຽງຄືກັນ " ຫລື " ຄືກັນ " ບາງຢ່າງຫລືບາງຄົນຫມາຍເຖຶງ ມີຄຸນນະພາບທີ່ຄ້າຍຄືກັນກັບສິ່ງຂອງ ຫລື ບຸກຄົນທີ່ກຳລັງປຽບທຽບ.
  • ຄົນຖືກເນລະມິດສ້າງຂື້ນມາ ໃນ " ຄວາມຄ້າຍຄືກັນ " ຂອງພຣະເຈົ້າ ນັ້ນຄື ໃນ " ພຣະສາຍາ " ຂອງພຣະອົງນີ້ຫມາຍຄວາມວ່າພວກເຂົາມີຄຸນນະພາບ ຫລື ຄຸນລັກສະນະ " ຄືກັນ " ຫລື " ຄ້າຍຄືກັນ " ກັບຄຸນນະພາບທີ່ພຮະເຈົ້າຊົງມີຢູ່ ຢ່າງເຊັ່ນຄວາມສາມາດໃນການຄິດ ຮູ້ສຶກ ແລະ ສືສານ.
  • ການມີ " ຄວາມຄເ້າຍຄືກັນ " ກັບບາງສິ່ງບາງຄວາມຫມາຍຄຳວ່າມີບຸກຄະລິກ ລັກສະນະທີ່ຄືກັນກັບສິ່ງທີ່ບຸກຄົນນັ້ນ.

ຄຳແນະນຳໃນການແປ

  • ໃນບາງບົດ ຄຳກ່າວວ່າ " ໃນການຄ້າຍຄືກັນ " ສາມາດແປວ່າ " ສິ່ງໃດທີ່ຄ້າຍຄືກັນ " ຫລື " ຫລືບາງສິ່ງທີ່ປະກົດອອກມາເປັນ. "
  • ຄຳວ່າ " ໃນຄວາມຄ້າຍຄືການຕາຍຂອງພຣະອົງ " ສາມາດແປວ່າ " ມີປະສົບການຮ່ວມໃນການຕາຍຂອງພຣະອົງ " ຫລື " ສຳກັບການມີປະສົບການໃນການຕາຍຮ່ວມກັບພຣະອົງ. "
  • ຄຳກ່າວ " ໃນການເປັນຄືກັບເນື້ອຫນັງທີ່ມີບາບ " ສາມາດແປວ່າ " ເປັນຄືກັນກັບຄົນບາບຄົນຫນຶ່ງ " ຫລື " ເປັນມະນຸດຄົນຫນຶ່ງ " ຈົງໃຫ້ແນ່ໃຈວ່າການແປຄຳນີ້ບໍ່ໄດ້ແປວ່າພຣະເຢຊູຊົງເປັນຄົນບາບ " ໃນການເປັນຄືກັນກັບພວກເຂົາ " ສາມາດແປວ່າ " ເປັນຄືເຂົາ " ຫລື " ມີຫລາຍສິ່ງທີ່ມີຄຸນສົມບັດທີ່ເຂົາມີ. "
  • ຄຳກ່າວ " ການເປັນຄືກັນໃນພາບລັກຂອງຄົນທີ່ເປື່ອຍເນົ່າ ຂອງນົກ ສັດປ່າສີ່ຕີນ ແລະ ສິ່ງຕ່າງໆທີ່ເລືຍຄານ " ສາມາດແປວ່າ " ຮູບເຄົາລົບຖືກສ້າງຂື້ນເຮັດໃຫ້ເປັນຄ້າຍຄືກັບມະນຸດທີ່ເປື່ອຍເນົ່າ ຫລື ສັດເຊັ່ນ ນົກ ສັດປາ ສັດໂຕນ້ອຍ ແລະ ສິ່ງທີ່ເລືຍຄານຕ່າງໆ. "