lo_tw/bible/other/joy.md

3.4 KiB

ຄວາມສຸກ, ຄວາມເບີກບານມ່ວນຊື່ນ

ນິຍາມ

ຄວາມສຸກແມ່ນຄວາມຮູ້ສຶກທີ່ມີຄວາມສຸກຫລືຄວາມເພິ່ງພໍໃຈຢ່າງເລິກເຊິ່ງທີ່ມາຈາກພຣະເຈົ້າ. ຄຳສັບທີ່ກ່ຽວຂ້ອງຄຳວ່າ, ”ເບີກບານມ່ວນຊື່ນ“ ພັນລະນາເຖິງບຸກຄົນທີ່ຮູ້ສຶກດີໃຈແລະເຕັມໄປດ້ວຍຄວາມສຸກຢ່າງເລິກເຊິ່ງ.

  • ບຸກຄົນໃດໜຶ່ງ ທີ່ຮູ້ສຶກມີຄວາມສຸກເມື່ອລາວມີຄວາມຮູ້ສຶກເລິກເຊິ່ງວ່າສິ່ງທີ່ລາວກຳລັງປະສົບນັ້ນມັນດີຫລາຍ.
  • ພຣະເຈົ້າເປັນຜູ້ໃຫ້ຄວາມສຸກທີ່ແທ້ຈິງແກ່ຜູ້ຄົນ.
  • ການມີຄວາມສຸກບໍ່ໄດ້ຂຶ້ນກັບສະພາບການທີ່ໜ້າຍິນດີ. ພຣະເຈົ້າສາມາດເຮັດໃຫ້ຜູ້ຄົນມີຄວາມສຸກໄດ້ເຖິງແມ່ນວ່າຈະມີສິ່ງທີ່ຫຍຸ້ງຍາກລຳບາກຫລາຍເກີດຂຶ້ນໃນຊີວິດຂອງເຂົາເຈົ້າ.
  • ບາງເທື່ອສະຖານທີ່ກໍ່ໄດ້ຖືກອະທິບາຍວ່າມີຄວາມສຸກ, ເຊັ່ນວ່າເຮືອນຫລືເມືອງ. ນີ້ໝາຍຄວາມວ່າຄົນທີ່ອາໄສຢູ່ທີ່ນັ້ນມີຄວາມເບີກບານມ່ວນຊື່ນ.

ຄຳແນະນຳ ໃນການແປ

  • ຄຳວ່າ “ຄວາມສຸກ“ ສາມາດແປໄດ້ວ່າ “ ດີໃຈ“ ຫລື “ຄວາມສຸກອັນຍິ່ງໃຫຍ່“
  • ປະໂຫຍກທີ່ວ່າ, “ເບີກບານມ່ວນຊື່ນ“ ສາມາດແປເປັນ “ປິຕິຍິນດີ“ ຫລື “ດີໃຈຫລາຍ“ ຫລືດ້ວຍຄຳທີ່ມີຄວາມໝາຍວ່າ “ຈົ່ງມີຄວາມສຸກຫລາຍໃນຄວາມດີຂອງພຣະເຈົ້າ.“
  • ບຸກຄົນທີ່ມີຄວາມສຸກສາມາດອະທິບາຍວ່າເປັນຄົນທີ່ມີ “ຄວາມສຸກຫລາຍ“ ຫລື “ດີໃຈ“ ຫລື “ດີໃຈຫລາຍ.“
  • ປະໂຫຍກທີ່ກ່າວວ່າ “ສົ່ງສຽງໂຮ່ຮ້ອງທີ່ມີຄວາມສຸກ“ ສາມາດແປເປັນ “ຮ້ອງໃນແບບທີ່ສະແດງໃຫ້ທ່ານຮູ້ສຶກດີໃຈຫລາຍ.
  • “ເມືອງທີ່ມີຄວາມສຸກ“ ຫລື “ເຮືອນທີ່ມີຄວາມສຸກ“ ສາມາເແປໄດ້ວ່າ “ເມືອງທີ່ມີຜູ້ຄົນມີຄວາມສຸກ“ ຫລື “ ເຮືອນທີ່ເຕັມໄປດ້ວຍຜູ້ຄົນທີ່ມີຄວາມສຸກ “ເມືອງທີ່ປະຊາຊົນມີຄວາມສຸກຫລາຍ.