lo_tw/bible/other/house.md

3.8 KiB

ເຮືອນ

ນິຍາມ

ຄຳວ່າ "ເຮືອນ" ມັກຈະຖືກໃຊ້ໃນເຊີງປຽບທຽບໃນພຣະຄຳພີ.

  • ບາງເທື່ອໝາຍຄວາມວ່າ "ຄົວເຮືອນ," ຊຶ່ງໝາຍເຖິງຄົົນທີ່ອາໄສຢູ່ນຳກັນໃນບ້ານຫລັງໜຶ່ງ.
  • ຫລາຍເທື່ອທີ່ "ບ້ານ" ອ້າງເຖິງບັນພະບຸລຸດ ເຊື້ອສາຍຫລືຍາດພີ່ນ້ອງຄົນອື່ນໆ ຂອງຄົນໜຶ່ງ. ຕົວຢ່າງເຊັ່ນ , "ຕະກູນຂອງດາວິດ" ອ້າງເຖິງຜູ້ສືບເຊື້ອສາຍທັງໝົດຂອງກະສັດດາວິດ.
  • ຄຳວ່າ "ວິຫານຂອງພຣະເຈົ້າ" ແລະ "ວິຫານຂອງພຣະເຈົ້າຢາເວ" ໝາຍເຖິງຫໍເຕັນຫລືພຣະວິຫານ. ຄໍາກ່າວນີ້ສາມາດອ້າງເຖິງໂດຍທົ່ວໄປສະຖານທີ່ທີ່ພຣະເຈົ້າສະຖິດຫລືປະທັບຢູ່.
  • ໃນພຣະທຳເຮັບເຣີ ບົດທີ 3, "ຄອບຄົວຂອງພຣະເຈົ້າ" ຖືກໃຊ້ເປັນຄຳອຸປະມາເພື່ອອ້າງເຖິງຄົນຂອງພຣະເຈົ້າຫລືໂດຍທົ່ວໄປແລ້ວ, ຄືທຸກສິ່ງທີ່ເປັນຂອງພຣະເຈົ້າ.
  • ວະລີ "ເຊື້ອສາຍຂອງອິດສະຣາເອນ" ສາມາດອ້າງເຖິງປະເທດອິດສະຣາເອນທັງປະເທດຫລືສະເພາະເຈາະຈົງລົງໄປອີກຄືເຜົ່າທີ່ຢູ່ໃນອານາຈັກຂອງອິດສະຣາເອນທາງພາກເໜືອ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບສະພາບການ, "ເຮືອນ" ສາມາດແປວ່າ, "ຄົວເຮືອນ" ຫລື "ຜູ້ຄົນ" ຫລື "ຄອບຄົວ" ຫລື "ເຊື້ອສາຍ" ຫລື "ພຣະວິຫານ" ຫລື "ສະຖານທີ່ຢູ່ອາໄສ."
  • ວະລີ "ຕະກູນຂອງດາວິດ" ອາດຈະແປວ່າ, "ເຜົ່າພັນຂອງດາວິດ" ຫລື "ຄອບຄົວຂອງດາວິດ" ຫລື "ເຊື້ອສາຍຂອງດາວິດ." ສຳນວນທີ່ກ່ຽວຂ້ອງກັນສາມາດຈະແປໄດ້ໃນທາງທີ່ໃກ້ຄຽງກັນ.
  • ວິທີອື່ນທີ່ຈະແປ "ເຊື້ອສາຍຂອງອິດສະຣາເອນ" ອາດລວມເຖິງ, "ປະຊາກອນຂອງອິດສະຣາເອນ" ຫລື "ລູກຫລານຂອງອິດສະຣາເອນ" ຫລື "ຄົນອິດສະຣາເອນ."
  • "ນິເວດຂອງພຣະເຈົ້າຢາເວ" ສາມາດແປໄດ້ວ່າ "ວິຫານຂອງພຣະເຈົ້າຢາເວ" ຫລື "ສະຖານທີ່ທີ່ມີການນະມັດສະການພຣະເຈົ້າຢາເວ" ຫລື "ສະຖານທີ່ທີ່ພຣະເຈົ້າຢາເວສະເດັດມາພົບກັບຄົນຂອງພຣະອົງ" ຫລື "ສະຖານທີ່ທີ່ພຣະເຈົ້າຢາເວປະທັບຢູ່."
  • "ພຣະນິເວດຂອງພຣະເຈົ້າ" ສາມາດແປໄດ້ໃນແບບຄ້າຍຄືກັນ.