lo_tw/bible/other/honey.md

2.3 KiB

ນ້ຳເຜິ້ງ, ຮັງເຜິ້ງ

ນິຍາມ

ນ້ຳເຜິ້ງຄືສານທີ່ຫວານ, ໜຽວ, ຮັບປະທານໄດ້ ເຜິ້ງສ້າງຂຶ້ນຈາກນ້ຳຫວານຂອງເກສອນດອກໄມ້. ຮັງເຜິ້ງຄືດາງຂີ້ເຜິ້ງທີ່ເຜິ້ງເກັບນ້ຳເຜິ້ງໄວ້.

  • ຂຶ້ນຢູ່ກັບພັນ, ນໍ້າເຜິ້ງສາມາດຈະມີສີເຫລືອງຫລືສີນ້ຳຕານ.
  • ນໍ້າເຜິ້ງສາມາດຈະໄດ້ພົບໃນປ່າ, ເຊັ່ນ ໃນພຸ່ມຂອງຕົ້ນໄມ້, ຫລືທີ່ໃດກໍໄດ້ທີ່ເຜິ້ງເຮັດຮັງ ຄົນລ້ຽງເຜິ້ງໄວ້ໃນຮັງເຜິ້ງເພື່ອທີ່ຈະຜະລິດນ້ຳເຜິ້ງໄວ້ກິນຫລືຂາຍ, ບາງທີນ້ຳເຜິ້ງທີ່ຖືກກ່າວເຖິງໃນພຣະຄຳພີອາດຈະເປັນນ້ຳເຜິ້ງປ່າ.
  • ມີຜູ້ຊາຍສາມຄົນໃນພຣະຄຳພີທີ່ຖືກກ່າວເຖິງເປັນພິເສດວ່າໄດ້ກິນນ້ຳເຜິ້ງປ່າ ໄດ້ແກ່ ໂຢນາທານ, ແຊມຊັນ, ແລະໂຢຮັນຜູ້ໃຫ້ບັບຕິສະມາ.
  • ຄຳນີ້ຖືກໃຊ້ໃນເຊີງອຸປະມາອຸປະໄມເພື່ອອະທິບາຍເຖິງບາງສິ່ງທີ່ຫວານຫລືໜ້າເພິ່ງພໍໃຈຫລາຍ ຍົກຕົວຢ່າງ ເຊັ່ນ, ພຣະຄຳຂອງພຣະເຈົ້າແລະຄຳປະກາດຂອງພຣະອົງນັ້ນ "ຫວານເໝືອນນ້ຳເຜິ້ງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]], [[rc:///ta/man/translate/figs-metaphor]])
  • ບາງເທື່ອຄຳຂອງບຸກຄົນໄດ້ບັນລະຍາຍວ່າຫວານປານນ້ຳເຜິ້ງ, ແຕ່ເປັນການຫລອກລວງແລະເປັນໄພຕໍ່ຄົນອື່ນ.