lo_tw/bible/other/fruit.md

7.7 KiB

ຜົນລະໄມ້, ເກີດຜົນຫຼາຍ

ນິຍາມ

ຄຳວ່າ "ຜົນລະໄມ້" ຕາມຕົວອັກສອນກ່າວເຖິງສ່ວນນຶ່ງຂອງພືດທີ່ສາມາດກິນໄດ້.ບາງຢ່າງທີ່ "ເກີດໝາກຜົນຫຼາຍ" ຄືມີໝາກຫຼວງຫຼາຍ,ຄຳເຫຼົ່ານີ້ສາມາດໃຊ້ແບບປຽບທຽບໃນພຣະຄັມພີ.

  • ພຣະຄັມພີມັກໃຊ້ " ຜົນ" ເພື່ອກ່າວເຖິງການກະທຳແລະຄວາມຄິດຂອງບຸກຄົນ,ເໝືອນກັບໝາກຜົນຂອງພືດທີ່ສະແດງໃຫ້ເຫັນວ່າພືດນັ້ນຄືຕົ້ນຫຍັງ.ເຊັ່ນດຽວກັນກັບຄຳເວົ້າແລະການກະທຳຂອງບຸກຄົນທີ່ເປີດເຜີຍວ່າເຂົາມີລັກສະນະຢ່າງໃດ.
  • ບຸກຄົນສາມາດຜະລິດໝາກຜົນຝ່າຍວິນຍານ ໄດ້ທັງດີແລະບໍ່ດີ,ແຕ່ຄຳວ່າ "ເກີດໝາກຜົນຫຼາຍ," ກໍໃຊ້ແບບປຽບທຽບມັກມີຄວາມໝາຍໃນທາງບວກຂອງການເກີດຜົນດີຢ່າງຫຼວງຫຼາຍ.
  • ຄຳວ່າ "ເກີດໝາກຜົນຫຼາຍ" ກໍໃຊ້ແບບປຽບທຽບເພື່ອໝາຍເຖິງ "ຄວາມຈະເຣີນຮຸ່ງເຮືອງ" ຄຳນີ້ມັກບົ່ງບອກເຖິງການມີບຸດ ແລະເຊື້ອສາຍຈຳນວນຫຼາຍ ເຊັ່ນດຽວກັບການມີອາຫານຫຼາຍແລະຄວາມອຸດົມສົມບູນຢ່າງອື່ນໆ.
  • ໂດຍທົ່ວໄປ ປະໂຫຍກທີ່ວ່າ "ຜົນຂອງ" ກ່າວເຖິງອັນໃດກໍຕາມທີ່ອອກມາຫຼືຜະລິດໂດຍບາງສິ່ງ ຕົວຢ່າງເຊັ່ນ "ຜົນຂອງສະຕິປັນຍາ" ກ່າວເຖິງສິ່ງທີ່ດີທີ່ເກີດຈາກຄວາມສະຫຼາດ.
  • ປະໂຫຍກທີ່ວ່າ" ຜົນຂອງແຜ່ນດິນ" ກ່າວເຖິງທຸກສິ່ງໂດຍທົ່ວໄປທີ່ແຜ່ນດິນໃຫ້ຜົນອອກມາ, ເພື່ອໃຫ້ມະນຸດໄດ້ກິນ,ສິ່ງນີ້ບໍ່ໄດ້ໝາຍເຖິງແຕ່ຜົນລະໄມ້ເທົ່ານັ້ນ ແຕ່ລວມທັງພືດຜັກ ຖົ່ວແລະທັນຍາພືດຕ່າງໆດ້ວຍ.
  • ການໃຊ້ແບບອຸບປະມາຂອງຄຳວ່າ "ຜົນຂອງພຣະວິນຍານ" ກ່າວເຖິງຄຸນນະພາບສາສນາທີ່ພຣະວິນຍານບໍຣິສຸດປະທານໃຫ້ໃນການດຳເນີນຊີວິດຂອງປະຊາກອນຜູ້ທີ່ເຊື່ອຟັງພຣະອົງ.
  • ສຳນວນວ່າ, "ຜົນຂອງມີທ້ອງ" ກ່າວເຖິງ "ສິ່ງທີ່ທ້ອງໄດ້ໃຫ້ອອກມາ" ນັ້ນກໍຄືເດັກ.

ຄຳແນະນຳໃນການແປ

  • ເປັນສິ່ງທີ່ດີທີ່ສຸດທີ່ຈະແປຄຳນີ້ໂດຍການໃຊ້ຄຳທົ່ວໄປສຳລັບຄຳວ່າ "ຜົນ" ທີ່ເປັນຄຳທີ່ໃຊ້ໃນພາສາທີ່ແປເພື່ອກ່າວເຖິງຜົນທີ່ບໍຣິໂພກໄດ້ຄືຜົນລະໄມ້.ໃນຫຼາຍໆພາສາອາດຈະເປັນທຳມະຊາດຫຼາຍກ່ວາຫາກໃຊ້ຄຳເປັນພະຫຸພົດ.
  • "ບັນດາຜົນ" ເມື່ອໃດກໍຕາມທີ່ກ່າວເຖິງຫຼາຍກວ່ານຶ່ງຜົນ.
  • ຄຳວ່າ "ເກີດຜົນ" ສາມາດແປໄດ້ອີກວ່າ "ເກີດຜົນຝ່າຍວິນຍານຢ່າງຫຼວງຫຼາຍ" ຫຼື "ມີບຸດຫຼາຍ" ຫຼື "ຈະເຣີນຮຸ່ງເຮືອງ" ທັງນີ້ຂຶ້ນຢູ່ກັບບໍຣິບົດນັ້ນໆ.
  • ປະໂຫຍດ "ຜົນຂອງແຜ່ນດິນ" ສາມາດແປໄດ້ອີກຢ່າງວ່າ "ອາຫານທີ່ເກີດຈາກແຜ່ນດິນ" ຫຼື "ທັນຍະພືດທີ່ງອກງາມໃນແຜ່ນດິນນັ້ນ".
  • ເມື່ອພຣະເຈົ້າຊົງໄດ້ສ້າງມະນຸດແລະສັດ ພຣະອົງຊົງໄດ້ບັນຊາສັບພະສິ່ງນັ້ນວ່າ "ຈົ່ງເກີດຜົນທະວີຄູນ" ຊຶ່ງກ່າວເຖິງການເກີດຜົນຈຳນວນຫຼວງຫຼາຍ ຄຳນີ້ສາມາດແປໄດ້ອີກວ່າ "ເກີດຜົນຫຼວງຫຼາຍ" ຫຼື "ເກີດບັນດາບຸດແລະເຊື້ອສາຍຫຼວງຫຼາຍ" ຫຼື "ຈົ່ງມີບຸດຫຼາຍເພື່ອເຈົ້າຈະໄດ້ມີເຊື້ອສາຍຫຼວງຫຼາຍ".
  • ສຳນວນ "ຜົນຂອງມີທ້ອງ" ສາມາດແປໄດ້ອີກວ່າ "ສິ່ງທີ່ທ້ອງໄດ້ໃຫ້ອອກມາ" ຫຼື "ບັນດາເດັກທີ່ຜູ້ຍິງໃຫ້ກຳເນີດ" ຫຼື ພຽງແຕ່ "ບັນດາບຸດ" ເມື່ອເອລີຊາເບັດເວົ້າກັບນາງມາຣີວ່າ " ພຣະພອນຄືສິ່ງທີ່ຢູ່ໃນທ້ອງຂອງເຈົ້າ" ລາວໝາຍເຖິງ "ພຣະພອນຄືເດັກທີ່ເຈົ້າຈະໃຫ້ກຳເນີດ" ຄຳໃນພາສາທີ່ຈະແປອາດຈະມີສຳນວນທີ່ແຕກຕ່າງສຳລັບຄຳນີ້.
  • ອີກສຳນວນຄື "ຜົນຂອງອະງຸ່ນ" ສາມາດແປໄດ້ອີກວ່າ "ລູກອະງຸ່ນ" ຫຼື "ໝາກອະງຸ່ນ".
  • ຄຳເວົ້າທີ່ວ່າ "ຈະມີຜົນຫຼາຍຂຶ້ນ" ສາມາດແປໄດ້ອີກວ່າ "ຈະເກີດຜົນຫຼາຍຂຶ້ນ" ຫຼື "ຈະມີບຸດຫຼາຍຂຶ້ນ" ຫຼື "ຈະເຣີນຮຸ່ງເຮືອງ" ທັງນີ້ຂຶ້ນຢູ່ກັບບໍຣິບົດນັ້ນ ໆ.
  • ການກ່າວຂອງອັກຄະທູດໂປໂລ "ງານທີ່ເກີດຜົນຫຼາຍ" ສາມາດແປໄດ້ອີກວ່າ "ງານທີ່ທຳໃຫ້ເກີດຜົນດີ" ຫຼື "ຄວາມພະຍາຍາມທີ່ເຫັນຜົນໃນບັນດາຜູ້ສັດທາໃນພຣະເຢຊູ".
  • "ຜົນຂອງພຣະວິນຍານ" ສາມາດແປໄດ້ອີກວ່າ "ການງານທີ່ພຣະວິນຍານບໍຣິສຸດຊົງໄດ້ກະທຳ" ຫຼື "ບັນດາຖ້ອຍຄຳແລະການກະທຳທີ່ສະແດງໃຫ້ເຫັນວ່າພຣະວິນຍານບໍຣິສຸດຊົງກຳລັງທຳງານໃນຕົວທ່ານ".