lo_tw/bible/other/free.md

2.9 KiB

ອິສຣະ, ອິສຣະພາບ, ເສຣີພາບ

ນິຍາມ

ຄຳວ່າ "ອິສຣະ" ຫຼື "ອິສຣະພາບ" ກ່າວເຖິງການບໍ່ໄດ້ເປັນທາດ,ຫຼືຫຍັງກໍຕາມທີ່ມີການຜູກມັດ, ອີກຄຳນຶ່ງສຳລັບ "ອິດສຣະພາບ" ຄື "ເສຣີພາບ".

  • ການສະແດງອອກ "ທຳໃຫ້ຄົນນຶ່ງເປັນອິສຣະ" ຫຼື "ປ່ອຍບາງຄົນໃຫ້ມີອິສຣະ", ໝາຍຄວາມວ່າທຳໃຫ້ບາງຄົນບໍ່ເປັນທາດ ຫຼືຖືກຈັບອີກຕໍ່ໄປ.
  • ໃນພຣະຄັມພີ ຄຳເຫຼົ່ານີ້ມີຫຼາຍຄັ້ງທີ່ໃຊ້ໃນທາງປຽບທຽບເພື່ອກ່າວເຖິງຜູ້ສັດທາໃນພຣະເຢຊູຈະບໍ່ຢູ່ໃຕ້ອຳນາດຂອງຄວາມບາບອີກຕໍ່ໄປ.
  • ມີ "ເສຣີພາບ" ຫຼື "ອິສຣະພາບ" ສາມາດກ່າວເຖິງການທີ່ບໍ່ຕ້ອງທຳຕາມກົດໝາຍຂອງໂມເຊ, ແຕ່ແທນດ້ວຍການມີອິສຣະພາບທີ່ຈະດຳເນີນຊີວິດໂດຍການສອນແລະການຊົງນຳຂອງພຣະວິນຍານບໍຣິສຸດ.

ຄຳແນະນຳໃນການແປ

  • ຄຳວ່າ "ອິສຣະ" ສາມາດແປດ້ວຍຄຳ ຫຼືປະໂຫຍກທີ່ມີຄວາມໝາຍວ່າ "ບໍ່ຜູກມັດ" ຫຼື "ບໍ່ຖືກທຳໃຫ້ເປັນທາດ" ຫຼື "ບໍ່ແມ່ນທາດ" ຫຼື "ບໍ່ຖືກຜູກມັດ".
  • ຄຳວ່າ "ອິສຣະພາບ" ຫຼື "ເສຣີພາບ" ສາມາດແປດ້ວຍຄຳຫຼືຄຳເວົ້າທີ່ມີຄວາມໝາຍວ່າ "ສະຖານະພາບຂອງການມີອິສຣະພາບ" ຫຼື "ເງື່ອນໄຂທີ່ບໍ່ຕ້ອງເປັນທາດ" ຫຼື "ບໍ່ຖືກຜູກມັດ".
  • ການສະແດງອອກຂອງຄຳວ່າ "ຖືກປົດປ່ອຍ" ສາມາດແປໄດ້ອີກວ່າ "ທຳໃຫ້ເປັນອິສຣະ" ຫຼື "ຖືກຊ່ວຍໃຫ້ອອກຈາກການເປັນທາດ" ຫຼື "ຖືກປົດປ່ອຍຈາກການຜູກມັດ".
  • ຄົນທີ່ຖືກ "ປົດປ່ອຍໃຫ້ເປັນອິສຣະ" ໄດ້ຖືກ "ປົດປ່ອຍ" ຫຼື "ຖືກພາອອກມາ" ຈາກການຜູກມັດຫຼືການເປັນທາດ.