lo_tw/bible/other/fornication.md

3.1 KiB

ຜິດສິລະທັມທາງເພດ

ນິຍາມ

ຄຳວ່າ "ຜິດສິລະທັມທາງເພດ" ກ່າວເຖິງກິດຈະກຳທາງເພດທີ່ເກີດຂຶ້ນນອກເໜືອຄວາມສຳພັນທາງການສົມລົດຂອງຜູ້ຊາຍກັບຜູ້ຍິງ. ນີ້ເປັນການຕໍ່ຕ້ານແຜນການຂອງພຣະເຈົ້າ.ພຣະຄັມພີພາສາອັງກິດສະບັບເກົ່າເອີ້ນສິ່ງນີ້ວ່າ "ການລັກລອບໄດ້ເສັຽກ່ອນການແຕ່ງງານ".

  • ຄຳນີ້ສາມາດອ້າງເຖິງກິດຈະກຳທາງເພດໃດ ໆ ທີ່ຕໍ່ຕ້ານພຣະປະສົງພຣະເຈົ້າ,ລວມທັງຮັກຮ່ວມເພດ ແລະການລາມົກ.
  • ແບບນຶ່ງຂອງການຜິດສິລະທັມທາງເພດຄື ຫຼິ້ນຊູ້ ຊຶ່ງເປັນການກະທຳທາງເພດ,ໂດຍສະເພາະຢ່າງຍິ່ງ ລະຫວ່າງບຸກຄົນທີ່ແຕ່ງງານແລ້ວແລະບາງຄົນທີ່ບໍ່ແມ່ນຄູ່ຂອງບຸກຄົນນັ້ນ.
  • ອີກແບບນຶ່ງຂອງການຜິດສິລະທັມທາງເພດກໍຄື "ໂສເພນີ," ຊຶ່ງກ່ຽວຂ້ອງກັບການຈ່າຍເງິນເພື່ອການມີເພດສຳພັນກັບບາງຄົນ.
  • ຄຳນີ້ຍັງໃຊ້ໃນແບບປຽບທຽບທີ່ກ່າວເຖິງຄວາມບໍ່ສັດຊື່ຂອງອິສະຣາເອນຕໍ່ພຣະເຈົ້າດ້ວຍການທີ່ພວກເຂົາໄດ້ນະມັດສະການພຣະທຽມ.

ຄຳແນະນຳໃນການແປ

  • ຄຳວ່າ "ຜິດສິລະທັມທາງເພດ" ສາມາດແປໄດ້ວ່າ "ຜິດສິລະທັມ" ເທົ່າເຖິງທີ່ມີຄວາມເຂົ້າໃຈໃນຄວາມໝາຍທີ່ຖືກຕ້ອງຂອງຄຳນັ້ນ.
  • ອີກຢ່າງນຶ່ງໃນການແປຄຳນີ້ ສາມາດລວມເຖິງ "ການກະທຳທາງເພດທີ່ຜິດ" ຫຼື "ເພດສຳພັນນອກສົມຣົດ."
  • ຄຳນີ້ຄວນແປແຕກຕ່າງໄປຈາກຄຳວ່າ "ຫຼິ້ນຊູ້".
  • ການແປຄຳນີ້ໃນທາງປຽບທຽບ ຄວນຍັງຄົງຄວາມໝາຍຕາມຕົວອັກສອນເທົ່າທີ່ທຳໄດ້ ມີການປຽບທຽບໃນພຣະຄັມພີ ລະຫວ່າງຄວາມບໍ່ສັດຊື່ຕໍ່ພຣະເຈົ້າ ແລະຄວາມບໍ່ສັດຊື່ໃນເລື້ອງຄວາມສຳພັນທາງເພດ.