lo_tw/bible/other/firstborn.md

16 lines
2.2 KiB
Markdown

# ບຸດຫົວປີ
## ນິຍາມ
ຄຳວ່າ "ບຸດຫົວປີ" ກ່າວເຖິງການຖວາຍຄົນ ຫຼືສັດທີ່ເກີດມາເປັນບຸດຫົວປີ, ກ່ອນທີ່ບຸດຄົນໆ ອື່ນໆຈະເກີດ ປົກກະຕິຄືບຸດຫົວປີ.
* ໃນພຣະຄັມພີ "ບຸດຫົວປີ" ມັກກ່າວເຖິງບຸດຊາຍຄົນທຳອິດທີ່ເກີດອອກມາ.
* ໃນລະຍະເວລາພຣະຄັມພີ, ບຸດຊາຍຫົວປີຈະໄດ້ຮັບຄວາມສຳຄັນແລະມໍຣະດົກທີ່ເຂົາຈະໄດ້ຮັບຈາກຄອບຄົວນັ້ນຫຼາຍກ່ວາບຸດຊາຍຄົນອື່ນເຖິງສອງເທົ່າ.
* ຫຼາຍໆຄັ້ງຈະເປັນສັດຕົວຜູ້ຫົວປີທີ່ຖືກໃຊ້ເປັນເຄື່ອງຖວາຍບູຊາແກ່ພຣະເຈົ້າ.
* ແນວຄິດນີ້ສາມາດໃຊ້ຢ່າງປຽບທຽບໄດ້ ຕົວຢ່າງເຊັ່ນຊົນຊາດອິສະຣາເອນຖືກຮຽກວ່າເປັນບຸດຊາຍຫົວປີຂອງພຣະເຈົ້າເພາະວ່າພຣະເຈົ້າຊົງໄດ້ໃຫ້ສິດທິພິເສດເໜືອຊົນຊາດອື່ນ.
* ພຣະເຢຊູ, ພຣະບຸດຂອງພຣະເຈົ້າຖືກຮຽກວ່າເປັນບຸດຫົວປີຂອງພຣະເຈົ້າເພາະຄວາມສຳຄັນຂອງພຣະອົງແລະສິດທິອຳນາດທີ່ເໜືອກ່ວາໃຜທັງປວງ.
## ຄຳແນະນຳການແປ
* ເມື່ອ "ບຸດຫົວປີ" ເກີດຂຶ້ນໃນຂໍ້ນັ້ນພຽງຄຳດຽວ, ຄຳນີ້ສາມາດແປໄດ້ວ່າ "ຜູ້ຊາຍທີ່ເກີດຄົນທຳອິດ," ຫຼື "ບຸດຊາຍຫົວປີ" ຊຶ່ງເປັນຄວາມໃນຂອງຄຳນີ້.