lo_tw/bible/kt/zealous.md

2.4 KiB

ຄວາມກະຕືລືລົ້ນ, ກະຕືລືລົ້ນ

ນິຍາມ

ຄຳວ່າ " ຄວາມກະຕືລືລົ້ນ" ແລະ" ກະຕືລືລົ້ນ" ອ້າງເຖິງການອຸທິດຕົນເພື່ອສະນັບສະໜູນບຸກຄົນຫລືແນວຄິດ.

  • ຄວາມກະຕືລືລົ້ນ ມີຄວາມປາຖະນາຢ່າງແຮງກ້າແລະການກະທຳ

ຕ່າງໆ ທີ່ສົ່ງເສີມເຫດທີ່ດີ ມັກໃຊ້ຢູ່ສະເມີໃນການອະທິບາຍເຖິງຄົນທີ່ສັດທາເຊື່ອຟັງໃນພຣະເຈົ້າແລະສອນໃຫ້ຄົນອື່ນທຳເຊັ່ນນັ້ນດ້ວຍ

  • ການກະຕືລືລົນໝາຍເຖິງການໃສ່ຄວາມພະຍາຍາມຈິງ​ຈັງໃນການງານບາ​​ງຢ່າງໂດຍບໍ່​ເຊົາ​ຕໍ່ຄວາມພະຍາຍາມ.
  • ຄຳວ່າ " ຄວາມກະຕືລືລົ້ນຂອງອົງພຣະຜູ້ເປັນເຈົ້າ" ຫລື" ຄວາມກະຕືລືລົ້ນຂອງພຣະຢາເວ" ອ້າງເຖິງຄວາມເຂັ້ງແຂງ ການກະທຳທີ່ບໍ່ລົດລະທີ່ຈະອວຍພອນແກ່ປະຊາຊົນຂອງພຣະອົງ ຫລື ເພື່ອໃຫ້ເກີດຄວາມຊອບທຳ.

ຄຳແນະນຳໃນການແປ

  • "ການກະຕືລຶລົ້ນ" ສາມາດແປວ່າ "ຈົ່ງຂະ​ຫຍັນຢ່າງວ່ອງໄວ" ຫລື "ພະຍາຍາມຢ່າງສູງສຸດ."
  • ຄຳວ່າ "ຄວາມກະຕືລືລົ້ນ" ສາມາດແປວ່າ "ຄວາມອຸທິດຕົນທີ່ມີພະ

ລັງ" ຫລື "ຄວາມກະຕືລືລົ້ນທີ່ຊອບທັມ."

  • ວະລີວ່າ " ກະຕືລືລົ້ນສຳລັບບ້ານຂອງທ່ານ" ສາມາດແປໄດ້ວ່າ "ໃຫ້ກຽດຢ່າງຍິ່ງຕໍ່ວິຫານຂອງທ່ານ" ຫລື "ຄວາມປາຖະນາຢ່າງແຮງກ້າໃນການດູແລບ້ານຂອງທ່ານ."