lo_tw/bible/kt/yahwehofhosts.md

3.6 KiB

ພຣະຢາເວຈອມເຈົ້າທັງປວງ, ພຣະເຈົ້າຈອມເຈົ້າທັງປວງ,ຈອມເຈົ້ານາຍ

ນິຍາມ

ຄຳວ່າ " ພຣະຢາເວຈອມເຈົ້າ " ແລະ " ພຣະເຈົ້າຈອມທັງປວງ" ເປັນຕຳແໜ່ງທີ່ສະແດງເຖິງອຳນາດສິດທິຂອງພຣະເຈົ້າເໜືອບັນດາທູດສະຫວັນນັບຫລາຍພັນທີ່ເຊື່ອຟັງພຣະອົງ.

  • ຄຳວ່າ "ຈອມເຈົ້າ "ຫລື "ຈອມເຈົ້າທັງປວງ " ເປັນຄຳທີ່ໝາຍເຖິງສິ່ງຕ່າງໆ ຈຳນວນຫລາຍ ເຊັ່ນກອງທັບຂອງຄົນຫລືຈຳນວນດາວຈຳນວນມະຫາສານ ນີ້ສາມາດອ້າງອີງເຖິງດວງວິນຍານຕ່າງໆ ຈຳນວນຫລາຍ ລວມທັງວິນຍານຊົ່ວທັງຫລາຍນີ້ທຳໃຫ້ຊັດເຈນວ່າກຳລັງອ້າງເຖິງຫຍັງ.
  • ຄຳວ່າ ທີ່ຄ້າຍຄືກັນ " ຈອມເຈົ້າແຫ່ງສະຫວັນ " ອ້າງເຖິງດາວທັງໝົດ ດາວເຄາະແລະສິ່ງຕ່າງໆ ແຫ່ງສະຫວັນ.
  • ໃນພຣະສັນຍາໃໝ່ ຄຳທີ່ວ່າ "ອົງພຣະຜູ້ເປັນເຈົ້າຂອງຈອມເຈົ້າ " ມີຄວາມໝາຍເຊັ່ນດຽວກັນ "ພຣະຢາເວຈອມເຈົ້າທັງປວງ " ແຕ່ນີ້ບໍ່ສາມາດແປເຊັ່ນນັ້ນໄດ້ ເພາະພາສາເຮັບເຣີ "ພຣະຢາເວ " ບໍ່ໄດ້ໃຊ້ໃນພັນທະສັນຍາໃໝ່.

ຄຳແນະນຳໃນການແປ

  • ວິທີການແປຊື່ຕຳແໜ່ງ " ພຣະຢາເວຈອມເຈົ້າທັງປວງ " ສາມາດລວມເອົາ "ພຣະຢາເວຜູ້ຊົງປົກຄອງທູດສະຫວັນທັງປວງ " ຫລື " ພຣະຢາເວ ຜູ້ຊົງປົກຄອງກອງທັບຂອງທູດສະຫວັນ"ຫລື " ພຣະຢາເວ ຜູ້ຊົງປົກຄອງເໜືອການຊົງສ້າງ".
  • ຄຳທີ່ວ່າ "ຈອມເຈົ້າທັງປວງ " ໃນຄຳຊັບ "ພຣະເຈົ້າຈອມເຈົ້າທັງປວງ" ແລະ" ອົງພຣະຜູ້ເປັນເຈົ້າທັງປວງ" ຈະແປເໝືອກັນໃນຄຳທີ່ວ່າ " ພຣະຢາເວຈອມເຈົ້າທັງປວງ" ຕາມຂ້າງຕົ້ນ.
  • ຄຣິສຕະຈັກຫລາຍແຫ່ງບໍ່ຍອມໃຊ້ຄຳວ່າ " ພຣະຢາເວ " ແລະມັກທີ່ຈະໃຊ້ຄຳຊັບຕົວອັກສອນໃຫຍ່ " ອົງພຣະຜູ້ເປັນເຈົ້າ " ແທນຕາມທຳນຽມຂອງພຣະຄຳພີຫລາຍໆ ຕອນ ສຳລັບຄຣິສຕະຈັກເຫລົ່ານີ້ການແປຄຳວ່າ " ອົງພຣະຜູ້ເປັນເຈົ້າຈອມເຈົ້າທັງປວງ " ຈະໃຊ້ພຣະຄຳພີພາກພັນທະສັນຍາເດີມ ສຳຫລັບ " ພຣະຢາເວຈອມເຈົ້າທັງປວງ".