lo_tw/bible/kt/true.md

3.7 KiB

ຈິງ,ຄວາມຈິງ,ກາຍເປັນຈິງ

ນິຍາມ

ຄຳວ່າ "ຈິງ" ແລະ "ຄວາມຈິງ" ອ້າງເຖິງແນວຄິດທີ່ເປັນຂໍ້ເທັດຈິງ,ເຫດການທີ່ເກິດຂື້ນຈິງ,ແລະຂໍ້ຄວາມທີ່ໄດ້ເວົ້າຈິງ.

  • ສິ່ງທີ່ຈິງ, ເປັນຈິງ, ແທ້ຈິງ, ຖືກຕ້ອງ, ຖືກກົດຫມາຍ, ຕາມຂໍ້ເທັດຈິງ.
  • ຄວາມຈິງຄືຄວາມເຂົ້າໃຈ, ຄວາມເຊື່ອ, ຄວາມຈິງ,ຫລືຂໍ້ຄວາມທີ່ເປັນຄວາມຈິງ.
  • ຂໍ້ຄວາມວ່າ "ເປັນຈິງ" ຫລື "ໄດ້ເປັນຈິງ" ເປັນສຳນວນເຊິ່ງໝາຍຄວາມວ່າຄຳທຳນວາຍເກີດຂຶ້ນຈິງຕາມທີ່ຄາດການໄວ້.
  • ຄວາມຈິງທັງໝົດເຖິງແນວຄິດການສະແດງໃນແບບທີ່ເຊື່ອຖືໄດ້ແລະຊື່ສັດ.
  • ພຣະເຢຊູຄຣິດໄດ້ຊົງສະແດງຄວາມຈິງຂອງພຣະເຈົ້າໃນຄຳເວົ້າທີ່ພຣະອົງໄດ້ກ່າວແລ້ວ.
  • ພຣະຄຳຂອງພຣະເຈົ້າຄືຄວາມຈິງ. ມັນບອກກ່ຽວກັບສິ່ງທີ່ເກີດຂື້ນຈິງແລະສອນສິ່ງທີ່ເປັນຈິງກ່ຽວກັບພຣະເຈົ້າແລະກ່ຽວກັບທຸກສິ່ງທີ່ພຣະອົງໄດ້ຊົງກະທຳ.

ຄຳແນະນຳໃນການແປ

  • ຂຶ້ນຢູ່່ກັບບໍລິບົດແລະສິ່ງທີ່ໄດ້ຮັບກ່າວເຖິງ, ຄຳວ່າ "ຈິງ" ອາດແປໂດຍ "ຈິງ" ຫລື "ຄວາມເປັນຈິງ" ຫລື "ຖືກຕ້ອງ" ຫລື "ຖືກຕ້ອງ" ຫລື "ແນ່ນອນ" ຫລື "ຂອງແທ້."
  • ວິທີເພື່ອແປຄຳວ່າ "ຄວາມຈິງ" ສາມາດລວມເຖິງ, "ສິ່ງທີ່ເປັນຄວາມຈິງ" ຫລື "ຄວາມເປັນຈິງ" ຫລື "ຄວາມແນ່ນອນ" ຫລື "ຫລັກການ."
  • ຄໍາກ່າວວ່າ "ເປັນຈິງ" ສາມາດແປວ່າ "ເກີດຂຶ້ນຈິງ" ຫລື "ສຳເລັດ" ຫລື "ເກີດຂຶ້ນຕາມທີ່ຄາດການໄວ້."
  • ຄຳກ່າວທີ່ວ່າ "ບອກຄວາມຈິງ" ຫລື "ເວົ້າຄວາມຈິງ" ສາມາດແປວ່າ, "ເວົ້າໃນສິ່ງທີ່ເປັນຄວາມຈິງ" ຫລື "ບອກສິ່ງທີ່ເກິດຂື້ນຈິງ" ຫລື "ເວົ້າໃນສິ່ງທີ່ເຊື່ອຖືໄດ້."
  • "ຍອມຮັບຄວາມຈິງ" ສາມາດແປວ່າ "ເຊື່ອໃນສິ່ງທີ່ເປັນຄວາມຈິງກ່ຽວກັບພຣະເຈົ້າ."
  • ໃນຄຳກ່າວເຊັ່ນ "ນະມັດສະການພຣະເຈົ້າດ້ວຍຈິດວິນຍານແລະຄວາມຈິງ" ຄຳກ່າວ "ໃນຄວາມຈິງ" ສາມາດແປໂດຍ "ເຊື່ອຟັງຢ່າງຊື່ສັດໃນສິ່ງທີ່ພຣະເຈົ້າໄດ້ຊົງສອນເຮົາແລ້ວ."