lo_tw/bible/kt/thetwelve.md

2.4 KiB

ພວກສິບສອງຄົນ, ພວກສິບເອັດຄົນ

ນິຍາມ

ຄຳວ່າ "ພວກສິບສອງຄົນ" ອ້າງເຖິງຜູ້ຊາຍສິບສອງຄົນທີ່ພຣະເຢຊູເຈົ້າໄດ້ເລືອກໃຫ້ເປັນສາວົກທີ່ໃກ້ຊິດຂອງພຣະອົງ, ຫຼືອັກຄະສາວົກ. ຫລັ່ງຈາກທີ່ຢູດາໄດ້ຂ້າຕົວຕາຍພວກເຂົາກໍ່ຖືກເອີ້ນວ່າ "ພວກສິບເອັດຄົນ".

  • ພຣະເຢຊູມີສາວົກອື່ນໆອີກແຕ່ຕຳແໜ່ງ "ພວກສິບສອງຄົນ" ໄດ້ສະແດງຄວາມແຕກຕ່າງແກ່ບັນດາຜູ້ທີ່ຕິດຕາມພຣະອົງຕະຫລອດສາມປີຂອງພັນທະກິດ.
  • ຊື່ຂອງສາວົກສິບສອງຄົນນີ້ໄດ້ຖືກລະບຸໄວ້ໃນມັດທາຍ 10, ມາຣະໂກ 3, ແລະລູກາ 6.
  • ບາງຄັ້ງຫລັງຈາກພຣະເຢຊູສະເດັດສູ່ສະຫວັນ "ພວກສິບເອັດຄົນ" ໄດ້ເລືອກສາວົກຊື່ມັດທິອັດໄປແທ່ນທີ່ຢູດາແລ້ວພວກເຂົາຈຶ່ງຖືກເອີ້ນວ່າ"ພວກສິບສອງຄົນ" ອີກຄັ້ງໜຶ່ງ.

ຄຳແນະນຳໃນການແປ

  • ສຳຫລັບຫລາຍພາສາອາດຊັດເຈນຫຼືເປັນທຳມະຊາດຫລາຍຂື້ນໂດຍເພິ່ມຄຳນາມແລະເວົ້າວ່າ "ອັກຄະສາວົກສິບສອງຄົນ" ຫຼື "ສາວົກສິບສອງຄົນທີ່ໃກ້ຊິດກັບພຣະເຢຊູ".
  • "ພວກສິບເອັດຄົນ" ສາມາດແປວ່າ "ສາວົກສິບເອັດຄົນຂອງພຣະເຢຊູທີ່່ເຫລືອຢູ່".
  • ການແປບາງສະບັບອາດຈະຕ້ອງການໃຊ້ຕົວອັກສອນໃຫຍ່ເພື່ອສະແດງໃຫ້ເຫັນວ່າມັນຖືກນຳໃຊ້ເປັນຫົວຂໍ້, ຄືກັບໃນ "ສິບສອງ" ແລະ "ສິບເອັດ."