lo_tw/bible/kt/tabernacle.md

2.9 KiB

ຫໍເຕັນ

ນິຍາມ

ຫໍເຕັນເປັນໂຄ່ງສ້າງທີ່ເໝືອນເຕັນພຶເສດທີ່ຊາວອຶດສະຣາເອນໃຊ້ນະມັດສະການພຣະເຈົ້າຕລອດເວລາ40ປີທີ່ພວກເຂົາໄດ້ເດຶນທາງໃນທະເລຊາຍ.

  • ພຣະເຈົ້າໄດ້ຊົງປະທານລາຍລະອຽດຂໍ້ປະຕຶບັດຕ່າງໆໃນກາານສ້າງເຕັນໃຫຍ່ແຫ່ງນີ້, ເຊຶງມີສອງຫ້ອງແລະຖືກລ້ອມຮອບດ້ວຍລານຊັ້ນນອກ.
  • ແຕ່ລະຄັ້ງທີ່ຊົນຍິດສະລາເອນຍ້າຍໄປຢູ່ບ່ອນອື່ນໃນທະເລຊາຍເພື່ອອາໄສຢູ່, ພວກປະໂລຫິດຈະແຍກຫໍເຕັນແລະພາໄປທີ່ຫໍພັກແຫ່ງຕໍ່ໄປຂອງພວກເຂົາ. ຫຼັງຈາກນັ້ນ, ພວກເຂົາກໍ່ຈະຕັ້ງມັນອີກໃນໃຈກາງຂອງຄ້າຍໃໝ່ຂອງພວກເຂົາ.
  • ຫໍເຕັນໄດ້ຮັບການກໍ່ສ້າງດ້ວຍໄມ້ທີ່ຫ້ອຍດ້ວຍຜ້າມ່ານເຮັດມາຈາກຜ້າ, ຂົນແບ້, ແລະ ໜັງສັດ. ບໍລິເວນລານຮອບຖືກປິດດ້ວຍຜ້າມ່ານຫລາຍກວ່າ.
  • ຫໍເຕັນມີສອງສ່ວນຄື ສ່ວນທີ່ເປັນສະຖານທີ່ບໍຣຶສຸດ (ແທ່ນບູຊາເຜົາເຄືອງບູຊາຕັ້ງຢູ່) ແລະຫ້ອງບໍຣຶສຸດທີ່ສຸດ(ທີ່ເຊຶງຫີບພັນທະສັນຍາຕັ້ງຢູ່).
  • ລານຂອງຫໍເຕັນມີແທ່ນບູຊາໃຊ້ເຜົາບູຊາສັດຢູ່ແລະອ່າງລ້າງມືພຶເສດໃຊ້ຊຳລະໃນພຶທີກຳ.
  • ຄົນອຶດສະຣາເອນໄດ້ຢຸດໃຊ້ຫໍເຕັນເມື່ອພຣະວຶຫານຂອງຊາໂລໂມນໃນເຢຣູຊາເລັມສ້າງສຳເລັດ.

ຄຳແນະນຳໃນການແປ

  • ຄຳວ່າຫໍເຕັນມີຄວາມໝາຍວ່າ "ບ່ອນຢູ່ອາໄສ." ອີກວິທີໜຶ່ງທີ່ຈະແປມັນອາດລວມມີ, "ເຕັນທີ່ສັກສິດ" ຫລື "ເຕັນບ່ອນທີ່ພຣະເຈົ້າຢູ່" ຫຼື "ເຕັນຂອງພຣະເຈົ້າ."
  • ໃຫ້ແນ່ໃຈວ່າການແປຄຳສັບນີ້ມີຄວາມແຕກຕ່າງຈາກຄຳວ່າ "ພຣະວຶຫານ".