lo_tw/bible/kt/son.md

5.4 KiB

ບຸດ, ບຸດຂອງ, ລູກ​ຊາຍ

ນິຍາມ

ຄຳວ່າ "ບຸດ" ອ້າງເຖິງເດັກຜູ້ຊາຍຫລຶຜູ້ຊາຍທີ່ມີຄວາມສຳພັນ​ກັບພໍ່ແມ່ຂອງເຂົາ. ແລະຍັງອ້າງເຖິງເຊື້ອສາຍຂອງໃຜຫລາຍຄົນ ຫລືລູກບຸນທຳ.

  • ຄຳວ່າ "ບຸດ" ມັກໃຊ້ເປັນຄຳປຽບທຽບໃນພຣະຄຳພີທີ່ອ້າງເຖິງຜູ້ສືບເຊື້ອສາຍທີ່ເປັນຜູ້ຊາຍ, ຢ່າງເຊັນຫລານຊາຍຫລືເຫລນຊາຍ.
  • ຄຳວ່າ "ບຸດ" ສາມາດໃຊ້ເປັນຮູບແບບທີ່ສຸພາບໃນການເອີ້ນເດັກຜູ້ຊາຍຫລືຜູ້ຊາຍທີ່ມີອາຍຸນ້ອຍກວ່າ.
  • ບາງຄັ້ງຄຳວ່າ "ບັນດາບຸດຂອງພຣະເຈົ້າ" ຖືກໃຊ້ໃນພັນທະສັນຍາໃໝ່ທີ່ໝາຍເຖິງເຫລົ່າຜູ້ເຊື່ອໃນພຣະເຢຊູຄຣິດ.
  • ພຣະເຈົ້າຊົງເອີ້ນຊົນຊາດອິດສະຣາເອນວ່າ "ລູກຫົວປີ." ຂອງພຣະອົງ ນີ້ອ້າງເຖິງຊົນຊາດພຣະເຈົ້າຊົງຄັດເລືອກໄວ້ໃຫ້ເປັນປະຊາກອນພິເສດຂອງພຣະອົງ. ໂດຍຜ່ານທາງພວກເຂົາພຣະຄຳຂອງພຣະເຈົ້າແຫ່ງການຊົງໄຖ່ແລະການຊົງຊ່ວຍກູ້ໂດຍໄດ້ມາເຖິ,ງ ຊຶ່ງເປັນຜົນໃຫ້ຫລາຍຄົນໄດ້ມາເປັນບຸດທາງຝ່າຍວິນຍານຂອງພຣະອົງ.
  • ປະ​ໂຫຍກ​ທີ່ວ່າ "ບຸດຂອງ" ມັກມີຄຳອຸປະມາທີ່ໝາຍເຖິງ, "ມີລັກສະນະຂອງ" ຕົວຢ່າງເຊັ່ນ "ບຸດຂອງຄວາມສະຫວ່າງ." "ບຸດຂອງຄວາມບໍ່ເຊື່ອຟັງ," "ບຸດແຫ່ງສັນຕິສຸກ,"ແລະ "ບຸດແຫ່ງຟ້າຮ້ອງ."
  • ​ປະ​ໂຫຍກ​ທີ່ວ່າ "ບຸດຂອງ" ຍັງໃຊ້ເພື່ອບອກວ່າໃຜເປັນພໍ່ຂອງໃຜ. ​ປະ​ໂຫຍກນີ້ຍັງໃຊ້ໃນລຳດັບວົງຕະກູນແລະທີ່ອື່ນໆ ອີກຫລາຍທີ່.
  • ການໃຊ້ "ບຸດຂອງ" ເພື່ອຊ່ວຍໃຫ້ຊື່ພໍ່ຊ່ວຍແຍກແຍະປະຊາຊົນທີ່ມີຊື່ຄືກັນ ຕົວຢ່າງເຊັ່ນ, "ເອຊາຢາ, ບຸດແຫ່ງສາໂດກ" ແລະ "ເອລີຢາ, ບຸດແຫ່ງນາທັນ" ໃນ 1 ກະສັດ ບົດທີ 4, ແລະ "ເອຊາຢາ, ບຸດແຫ່ງອະມາຊິ ໃນ 2 ກະສັດ ບົດທີ 15 ຜູ້ຊາຍທີ່ຊື່ດຽວກັນສາມຄົນ."

ຄຳແນະນຳໃນການແປ

  • ໃນສິ່ງທີ່ປະກົດຂອງຄຳນີ້, ເປັນການດີທີ່ສຸດທີ່ຈະແປ "ບຸດ" ໂດຍໃຊ້ຄຳຕົງຕົວໃນພາສາທີ່ໃຊ້ອ້າງເຖິງບຸດ.
  • ເມື່ອແປຄຳວ່າ "ພຣະບຸດຂອງພຣະເຈົ້າ," ຄວນໃຊ້ຄຳທຳມະດາໃນພາສາເປົ້າໝາຍທີ່ຈະແປຄຳວ່າ "ບຸດ"
  • ເມື່ອໄດ້ໃຊ້ອ້າງອິງເຖິງຜູ້ສືບເຊື້ອສາຍຫລາຍວ່າບຸດຊາຍ, ໂດຍກົງກວ່າ "ເຊື້ອສາຍ" ຄວນຈະນຳມາໃຊ້ , ທີ່ອ້າງອີງເຖິງພຣະເຢຊູໃນຖານະ "ຜູ້ສືບເຊື້ອສາຍຂອງດາວິດ" ຫລືໃນການສືບວົງຕະກູນບາງເທື່ອ "ບຸດຊາຍ" ອ້າງອີງຜູ້ສືບເຊື້ອສາຍທີ່ເປັນຜູ້ຊາຍ ບໍ່ໄດ້ໝາຍເຖິງບຸດຊາຍແທ້ ໆ.
  • ບາງເທື່ອ "ພວກບຸດຊາຍ" ສາມາດແປວ່າ "ລູກຫລານ," ເມື່ອມີທັງຜູ້ຊາຍແລະຜູ້ຍິງໄດ້ຮັບການອ້າງເຖິງ ຕົວຢ່າງເຊັ່ນ, "ພວກບຸດຊາຍຂອງພຣະເຈົ້າ" ສາມາດແປວ່າ "ລູກຫລານຂອງພຣະເຈົ້າ" ເນື່ອງຈາກຄຳກ່າວນີ້ທັງໝົດທັງຜູ້ຍິງແລະຜູ້ຊາຍດ້ວຍ.
  • ຄຳກ່າວປຽບທຽບ "ບຸດຂອງ" ສາມາດແປວ່າ "ບາງຄົນຜູ້ມີບຸກຄະລິກລັກສະນະຂອງ" ຫລື "ບາງຄົນຜູ້ທີ່ເໝືອນ" ຫລື "ບາງຄົນຜູ້ທີ່ມີ" ຫລື"ບາງຄົນຜູ້ທີ່ກະທຳເໝືອນ."