lo_tw/bible/kt/scribe.md

2.0 KiB

ທຳມະຈານ ,ຜູ້ທີ່ຊ່ຽວຊານພຣະບັນຍັດຂອງຢີວ

ນິຍາມ

ພວກທຳມະຈານເປັນເຈົ້າຫນ້າທີຜູ້ທີ່ຮັບຜິດຊອບໃນການຂຽນຫລືຄັດລອກເອກກະສານຂອງລັດຫລືຫນັງສືທາງສາດສະໜາໂດຍການໃຊ້ມືຄັດລອກ ອີກຊື່ຫນື່ງຂອງທຳມະຈານຂອງຢີວ ຄື ”ຜູ້ຊ່ຽວຊານໃນພຣະບັນຍັດຂອງຊາວຢີວ”

  • ທຳມະຈານເປັນຜູ້ທີ່ຕ້ອງຮັບຜິດຊອບ ໃນການຄັດລອກແລະເກັບຮັກສາພຣະທຳຕ່າງໆ ຂອງພັນທະສັນຍາເດີມ
  • ທຳມະຈານຍັງຄັດລອກ, ຮັກສາແລະຕີຄວາມຫມາຍຄວາມຄິດເຫັນທາງດ້ານສາດສະໜາແລະຄຳອະທິບາຍໃນເລື່ອງພຣະບັນຍັດຂອງພຣະເຈົ້າ
  • ບາງຄັ້ງພວກທຳມະຈານຍັງເປັນເຈົ້າຫນ້າທີທີ່ສຳຄັນຂອງລັດດ້ວຍ
  • ທຳມະຈານດ້ານພຣະຄຳພີທີ່ສຳຄັນລວມເຖິງບາລຸແລະເອສະຣາ
  • ໃນພັນທະສັນຍາໃຫມ່ ຄຳວ່າ “ພວກທຳມະຈານ”ໄດ້ແປໄວ້ວ່າ“ພວກຄຣູສອນພຣະບັນຍັດ”
  • ໃນພັນທະສັນຍາໃຫມ່ ພວກທຳມະຈານເປັນສ່ວນຫນື່ງຂອງກຸ່ມ
  • ສາດສະໜາທີ່ເອີ້ນວ່າ ”ພວກຟາລີຊາຍ“ແລະທັງສອງກຸ່ມຖືກກ່າວເຖິງດ້ວຍກັນຫລາຍຄັ້ງດ້ວຍ