lo_tw/bible/kt/savior.md

2.4 KiB

ພຣະຜູ້ຊ່ວຍໃຫ້ລອດ

ນິຍາມ

ຄຳວ່າພຣະຜູ້ຊ່ວຍໃຫ້ລອດ ”ອ້າງເຖິງບຸກຄົນຜູ້ທີ່ຊ່ວຍໃຫ້ລອດຫລືຊ່ວຍກູ້ຜູ້ອື່ນຈາກອັນຕະລາຍ ແລະຍັງສາມາດອ້າງເຖິງບາງຄົນທີ່ໃຫ້ກຳລັງແກ່ຜູ້ອື່ນຫລືຈັດຕຽມສຳລັບພວກເຂົາ

  • ໃນພັນທະສັນຍາເດີມ ພຣະເຈົ້າຖືກເວົ້າເຖິງວ່າເປັນພຣະຜູ້ຊ່ວຍໃຫ້ລອດຂອງຊົນຊາດອິດສະຣາເອນໃຫ້ພົ້ນຈາກສັດຕູຂອງພວກເຂົາ ແລະປະທານກຳລັງໃຫ້ພວກເຂົາ ແລະຈັດຕຽມສິ່ງທີ່ພວກເຂົາຕ້ອງການໃນການດຳເນີນຊີວິດ
  • ໃນພັນທະສັນຍາໃຫມ່ ຄຳວ່າ ”ພຣຜູ້ຊ່ວຍໃຫ້ລອດ” ໄດ້ໃຊ້ອະທິບາຍຫລືໃຊ້ເອີ້ນຕ່ຳແໜ່ງຂອງພຣະເຢຊູຄຣິດ ເພາະວ່າພຣະອົງໄດ້ຊົງຊ່ວຍປະຊາຊົນຈາກການຖືກລົງໂທດຊົ່ວນີລັນດອນເພາະບາບຂອງພວກເຂົາພຣະອົງຍັງຊ່ວຍກູ້ພວກເຂົາໃຫ້ພົ້ນຈາກການຖືກຄວບຄຸມຈາກບາບຂອງພວກເຂົາ

%ຄຳອະທິບາຍໃນການແປ

  • ຖ້າເປັນໄປໄດ້ ”ພຣະຜູ້ຊ່ວຍໃຫ້ລອດ” ຄວນແປດ້ວຍຄຳທີ່ກ່ຽວຂ້ອງກັບຄຳວ່າ

”ຊ່ວຍເຫລືອ” ແລະ”ຊ່ວຍໃຫ້ລອດ”

  • ວິທີທີ່ແປຄຳນີ້ສາມາດລວມ ”ຜູ້ທີ່ຊ່ວຍ”ຫລື “ພຣະເຈົ້າຜູ້ຊົງຊ່ວຍ”ຫລືຜູ້ໄດ້ຊ່ວຍໃຫ້ພົ້ນຈາກອັນຕະລາຍ” ຫລື ”ຜູ້ທີ່ຊ່ວຍເຫລືອຈາກຂ້າເສິກ” ຫລື”ພຣະເຢຊູຜູ້ນັ້ນທີ່ໄດ້ຊ່ວຍກູ້”