lo_tw/bible/kt/sadducee.md

1.7 KiB

ສະດູກາຍ

ນິຍາມ

ພວກສະດູກາຍເປັນກຸ່ມທີ່ກ່ຽວຂ້ອງກັບການເມືອງຂອງພວກປະໂລຫິດຊາວຢີວໃນຊ່ວງເວລາຂອງພຣະເຢຊູຄຣິດເຈົ້າ ເປັນຜູ້ສະໜັບສະໜູນການປົກຄອງຂອງຊາວໂຣມແລະບໍ່ເຊື່ອໃນການເປັນຄືນມາຈາກຕາຍ

  • ພວກສະດູກາຍຫຼາຍຄົນເປັນຄົນຮັ່ງມີ ເປັນຊາວຢິວຊັ້ນສູງແລະເປັນຜູ້ທີ່ດຳລົງຕ່ຳແໜ່ງຜູ້ນຳທີ່ມີອຳນາດ ຕົວຢ່າງເຊັ່ນ ຫົວໜ້າປະໂລຫິດແລະມະຫາປະໂລຫິດ.
  • ໜ້າທີ່ຂອງພວກສະດູກາຍ ລວມເຖິງການດູແລຮັກສາບໍລິເວນພຣະວິຫານແລະວຽກງານໃນໜ້າທີ່ປະໂລຫິດ ຕົວຢ່າງເຊັ່ນ ການຖະຫວາຍເຄື່ອງບູຊາ.
  • ພວກສະດູກາຍແລະຟາຣີຊາຍມີອິດທິພົນຢ່າງຫຼວງຫຼາຍຕໍ່ຜູ້ນຳຊາວໂລມໃນການຄຶງພຣະເຢຊູ.
  • ພຣະເຢຊູໄດ້ເວົ້າຕໍ່ຕ້ານພວກຜູ້ນຳທາງສາດສະໜາສອງກຸ່ມນີ້ເພາະຄວາມເຫັນແກ່ຕົວແລະການໜ້າຊື່ໃຈຄົດຂອງພວກເຂົາ.