lo_tw/bible/kt/purify.md

3.7 KiB

ບໍລິສຸດ, ຊຳຮະໃຫ້ບໍລິສຸດ, ການບໍ່ມີຕຳໜິ

ນິຍາມ

"ບໍລິສຸດ" ໝາຍເຖິງການບໍ່ມີຕຳໜິຫລືບໍ່ມີຫຍັງປະສົມໃນສິ່ງທີ່ບໍ່ຄວນຈະຢູ່ບ່ອນນັ້ນ ການຊຳຣະໃຫ້ສະອາດແກ່ບາງສິ່ງບາງຢ່າງເປັນການເຮັດໃຫ້ສະອາດແລະກຳຈັດສິ່ງປົນເປື້ອນຫລືສິ່ງທີ່ເຮັດໃຫ້ເປັນມົນພິດອອກໄປ

  • ໃນພັນທະສັນຍາເດີມ "ບໍລິສຸດ" ແລະ"ການຊຳຣະໃຫ້ບໍລິສຸດ" ອ້າງເຖິງການເຮັດໃຫ້ສະອາດຈາກສິ່ງທີ່ເຮັດໃຫ້ສິ່ງຂອງຫລືຄົນບໍ່ສະອາດຕາມພິທີກຳ ເຊັ່ນພະຍາດ ຂອງແຫລວໃນຮ່າງກາຍ ຫລືການເກີດລູກ
  • ພັນທະສັນຍາເດີມຍັງມີກົດທີ່ບອກວິທີທີ່ເຮັດໃຫ້ປະຊາຊົນບໍລິສຸດຈາກຄວາມບາບ ໂດຍທັ່ວໄປຈະເປັນການຖວາຍສັດບູຊາ ນິ້ເປັນພຽງຊັ່ວຄາວແລະຕ້ອງຖວາຍເຄື່ອງບູຊາຊ້ຳອີກເທື່ອແລ້ວເທື່ອເລົ່າ
  • ໃນພັນທະສັນຍາໃໝ່ການເຮັດໃຫ້ບໍລິສຸດຫລາຍເທື່ອອ້າງເຖິງການໄດ້ຮັບການຊຳຣະໃຫ້ສະອາດຈາກຄວາມບາບ
  • ທາງດຽວທີ່ຜູ້ຄົນຈະສາມາດເຮັດໃຫ້ບໍລິສຸດໄດ້ຢ່າງສົມບູນແລະຢ່າງຖາວອນຈາກຄວາມບາບຄືຜ່ານການກັບໃຈໃໝ່ແລະການຮັບເອົາການອະໄພໂທດຈາກພະເຈົ້າໂດຍຜ່ານທາງການວາງໃຈໃນພະເຢຊູແລະເຄື່ອງບູຊາຂອງພະອົງ

ຄຳແນະນຳໃນການແປ

  • ຄຳວ່າ "ຊຳຣະໃຫ້ບໍລິສຸດ" ສາມາດແປວ່າ "ເຮັດໃຫ້ບໍລິສຸດ" ຫລື "ເຮັດໃຫ້ໃສສະອາດ" ຫລື "ເຮັດໃຫ້ສະອາດຈາກສິ່ງປົນເປື້ອນ" ຫລື "ກຳຈັດຄວາມບາບທັງສິ້ນ"
  • ຄຳວ່າ , "ເມື່ອການເຮັດໃຫ້ບໍລິສຸດສຳເລັດສິ້ນໄປ" ສາມາດແປວ່າ "ເມື່ອພວກທ່ານໄດ້ເຮັດໃຫ້ພວກທ່ານສະອາດບໍລິສຸດໂດຍການຕາມວັນທີ່ກຳນົດໄວ້"
  • ຄຳວ່າ " ຈັດຕຽມການເຮັດໃຫ້ບໍລິສຸດຈາກບາບ" ສາມາດແປວ່າ "ຈັດຕຽມວິທີສຳລັບປະຊາຊົນໃຫ້ສະອາດຢ່າງສົມບູນຈາກຄວາມບາບຂອງພວກເຂົາ"
  • ວິທີອື່ນທີ່ແປ "ການຊຳຣະໃຫ້ບໍລິສຸດ" ສາມາດລວມທັງ "ການເຮັດໃຫ້ສະອາດ" ຫລື "ການຊຳຮະລ້າງຝ່າຍວິນຍານ" ຫລື "ກາຍເປັນສະອາດໂດຍພິທີກຳ"