lo_tw/bible/kt/name.md

3.7 KiB

ຊື່, ນາມ, ພຣະນາມ

ນິຍາມ

ໃນພຣະຄຳພີນັ້ນ ຄຳວ່າ "ຊື່" ສາມາດໃຊ້ໄດ້ໃນຄຳອຸປະມາໄດ້ຫລາຍທາງ.

  • ໃນບາງກໍລະນີ "ຊື່" ອ້າງເຖິງຊື່ສຽງຂອງບຸກຄົນ ເຊັ່ນ : "ໃຫ້ເຮົາສ້າງຊື່ສຽງໄວ້ສຳລັບພວກເຮົາ"
  • ຄຳວ່າ "ຊື່" ຫມາຍເຖິງຄວາມຈົດຈຳບາງສິ່ງບາງຢ່າງ ເຊັ່ນ : "ລຶບຊື່ຂອງຮູບເຄົາລົບເສຍ"ຫມາຍເຖິງການທຳລາຍຮູບເຄົາລົບຕ່າງໆ ເພື່ອພວກມັນຈະບໍ່ເປັນທີ່ຈົດຈຳຫລືເຄົາລົບບູຊາອີກຕໍ່ໄປ.
  • ການເວົ້າ : "ໃນພຣະນາມຂອງພຣະເຈົ້າ" ໝາຍເຖິງການເວົ້າດ້ວຍສິດທິອຳນາດຫຼືເປັນຕົວແທນຂອງພຣະເຈົ້າ.
  • ຄຳວ່າ "ຊື່" ຂອງບາງຄົນຍັງສາມາດອ້າງຕົວບຸກຄົນ ເຊັ່ນ : "ດ້ວຍວ່າບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າທີ່ຊົງປະທານແກ່ມະນຸດເພື່ອໃຫ້ເຮົາທັງຫຼາຍຕ້ອງໄດ້ພົ້ນ".

(ເບິ່ງເພິ່ມຕື່ມ: rc://*/ta/man/translate/figs-metonymy)

ຄຳແນະນຳໃນການແປ

  • ຄຳເວົ້າວ່າ "ພຣະນາມອັນປະເສີດ" ສາມາດແປອີກຢ່າງໜຶ່ງໄດ້ວ່າ "ຊື່ສຽງອັນດີຂອງພຣະອົງ".
  • ການເຮັດບາງຢ່າງ "ໃນພຣະນາມຂອງ" ສາມາດແປອີກຢ່າງໜຶ່ງໄດ້ວ່າ "ໂດຍລິດອຳນາດຂອງ" ຫຼື "ໂດຍການຊົງອະນຸນາດຂອງ" ຫຼື "ໂດຍການເປັນຕົວແທນຂອງ" ບຸກຄົນນັ້ນ.
  • ຄຳເວົ້າທີ່ວ່າ "ໃຫ້ເຮົາສ້າງຊື່ສຽງໄວ້" ສາມາດແປໄດ້ວ່າ "ເຮັດໃຫ້ຜູ້ຄົນຮູ້ຈັກເຮົາ" ຫຼື "ເຮັດໃຫ້ຜູ້ຄົນຄິດວ່າເຮົາມີຄວາມສຳຄັນຫຼາຍສ່ຳໃດ".
  • ປະໂຫຍກທີ່ວ່າ "ຈົ່ງເອີ້ນນາມເຂົາວ່າ" ສາມາດແປໄດ້ອີກ "ຈົ່ງຕັ້ງຊື່ເຂົາ" ຫຼື "ຈົ່ງໃຫ້ຊື່ເຂົາວ່າ".
  • ຄຳເວົ້າ "ຄົນເຫຼົ່ານັ້ນທີ່ຮັກຊື່ຂອງທ່ານ" ແປໄດ້ອີກວ່າ "ຄົນເຫຼົ່ານັ້ນທີ່ຮັກທ່ານ".
  • ຄຳເວົ້າ "ໃຫ້ຕັດຊື່ຕ່າງໆຂອງຮູບເຄົາລົບອອກ" ແປໄດ້ອີກວ່າ "ທຳລາຍຮູບເຄົາລົບຂອງຄົນນອກສາດສະນາອອກ ເພື່ອທີ່ພວກເຂົາຈະບໍ່ເປັນທີ່ຈົດຈຳ" ຫຼື "ເຮັດໃຫ້ປະຊາຊົນເຊົານະມັສການພະທຽມ" ຫຼື ໃຫ້ທຳລາຍພະທຽມຢ່າງໝົດສິ້ນ ເພື່ອທີ່ປະຊາຊົນຈະບໍ່ຄິດເຖິງພວກມັນອີກຕໍ່ໄປ".