lo_tw/bible/kt/miracle.md

5.8 KiB
Raw Permalink Blame History

ການອັດສະຈັນ, ສິ່ງມະຫັດສະຈັນ, ໝາຍສຳຄັນ

ນິຍາມ

"ການອັດສະຈັນ" ແມ່ນບາງສິ່ງທີ່ໜ້າງຶດງໍ້ປະຫລາດໃຈ ທີ່ບໍ່ໜ້າຈະເປັນໄປໄດ້ ນອກຈາກພຣະເຈົ້າ ຈະເຮັດໃຫ້ສິ່ງນັ້ນເກີດຂຶ້ນ.

  • ຕົວຢ່າງການອັດສະຈັນທີ່ພຣະເຢຊູໄດ້ເຮັດແລ້ວ ເຊັ່ນ ຫ້າມລົມພາຍຸ ແລະ ຊ່ວຍຊາຍຕາບອດໃຫ້ເຫັນຮຸ່ງ.
  • ບາງເທື່ອກໍເອິ້ນການອັດສະຈັນວ່າ "ມະຫັດສະຈັນ" ເພາະວ່າ ສິ່ງເຫລົ່ານັ້ນໄດ້ເຮັດໃຫ້ຄົນທັງຫລາຍຮູ້ສຶກງຶດງໍ້ແລະປະຫລາດໃຈ.
  • ຄຳວ່າ "ມະຫັດສະຈັນ" ຍັງສາມາດບົ່ງບອກເຖິງການສຳແດງຣິດທານຸພາບຂອງພຣະເຈົ້າໄດ້ອີກ, ເຊັ່ນ ຕອນພຣະອົງນີຣະມິດສ້າງຟ້າສະຫວັນ ແລະ ຜືນແຜ່ນດິນໂລກ.
  • ການອັດສະຈັນ ສາມາດເອີ້ນອີກແບບໜຶ່ງວ່າ "ໝາຍສຳຄັນ" ເພາະວ່າສິ່ງເຫລົ່ານີ້ ແມ່ນບົ່ງບອກ ຫລື ເປັນຫລັກຖານບອກວ່າ ພຣະເຈົ້າຊົງເຕັມດ້ວຍຣິດທານຸພາບສູງສຸດ ຊົງຢູ່ເໜືອໂລກຈັກກະວານນີ້.
  • ການອັດສະຈັນບາງຢ່າງ ແມ່ນການຊ່ວຍໄຖ່ໃຫ້ພົ້ນຂອງພຣະເຈົ້າ, ເຊັ່ນ ຕອນທີ່ພຣະອົງ ຊ່ວຍຊົນຊາດອິດສະຣາເອນໃຫ້ພົ້ນຈາກການເປັນທາດໃນປະເທດເອຢິບ ແລະ ຕອນທີ່ພຣະອົງຊ່ວຍຮັກສາ ດານີເອນ ໃຫ້ພົ້ນຈາກການກັດກິນຂອງສິງໂຕ ເປັນຕົ້ນ.
  • ການອັດສະຈັນອື່ນໆ ອາດຈະໝາຍເຖິງການພິພາກສາຂອງພຣະເຈົ້າ, ເຊັ່ນ ຕອນພຣະອົງເຮັດໃຫ້ນ້ຳຖ້ວມໂລກໃນສະໄໝຂອງໂນອາ ແລະ ຕອນທີ່ພຣະອົງ ສົ່ງພັຍພິບັດມາເໜືອແຜ່ນດິນປະເທດເອຢິບ ໃນສະໄໝຂອງໂມເຊ.
  • ການອັດສະຈັນຫລາຍຢ່າງຂອງພຣະເຈົ້າ ແມ່ນການປິ່ນປົວຮັກສາຄົນເຈັບໄຂ້ປ່ວຍໂຊ ຫລື ເຮັດໃຫ້ຄົນທີ່ຕາຍແລ້ວ ເປັນຄືນຂຶ້ນມາມີຊີວິດອີກ.
  • ຣິດອຳນາດຂອງພຣະເຈົ້າ ຈະສຳແດງຜ່ານທາງພຣະເຢຊູເຈົ້າ ໃນຂະນະທີ່ພຣະອົງຊ່ວຍປິ່ນປົວຮັກສາຄົນ, ຫ້າມລົມພາຍຸ, ຍ່າງເທິງໜ້ານ້ຳ, ແລະ ຊ່ວຍຄົນໃຫ້ເປັນຄືນມາຈາກຕາຍ. ສິ່ງທັງໝົດນີ້ແມ່ນການອັດສະຈັນ.
  • ພຣະເຈົ້າ ຍັງໃຫ້ພວກຜູ້ປະກາດພຣະທັມ ແລະ ພວກອັກຄະສາວົກ ເຮັດການອັດສະຈັນ ເພື່ອປິ່ນປົວຮັກສາ ແລະ ເຮັດຫລາຍສິ່ງຫລາຍຢ່າງ ໃຫ້ເປັນໄປໄດ້ ໂດຍຜ່ານທາງຣິດອຳນາດຂອງພຣະເຈົ້າ ເທົ່ານັ້ນ.

ຄຳແນະນຳໃນການແປ

  • ການແປທີ່ເປັນໄປໄດ້ສຳລັບຄຳວ່າ "ການອັດສະຈັນ" ຫລື "ສິ່ງມະຫັດສະຈັນ" ສາມາດແປໄດ້ວ່າ, "ສິ່ງທີ່ເປັນໄປບໍ່ໄດ້ ພຣະເຈົ້າຈະເຮັດສິ່ງນັ້ນ" ຫລື "ພາລະກິດທີ່ເຕັມດ້ວຍຣິດທານຸພາບຂອງພຣະເຈົ້າ" ຫລື "ການກະທຳທີ່ມະຫັດສະຈັນຂອງພຣະເຈົ້າ."
  • ຄຳກ່າວທີ່ໄດ້ຍິນຢູ່ເລື້ອຍໆ ວ່າ "ໝາຍສຳຄັນ ແລະ ການອັດສະຈັນ" ສາມາດແປໄດ້ວ່າ "ຂໍ້ພິສູດ ແລະ ການອັດສະຈັນ" ຫລື "ກິດຈະການອັນອັດສະຈັນທີ່ໄດ້ພິສູດອຳນາດຂອງພຣະເຈົ້າ" ຫລື "ການອັດສະຈັນທີ່ມະຫັດສະຈັນ ເຊິ່ງໄດ້ສຳແດງຄວາມຍິ່ງໃຫຍ່ຂອງພຣະເຈົ້າ."
  • ໝາຍເຫດ ຄວາມໝາຍຂອງໝາຍສຳຄັນ ເຊິ່ງເປັນເລື່ອງທີ່ໜ້າເຫລືອເຊື່ອນັ້ນ ຕ່າງກັບຄວາມໝາຍຂອງໝາຍສຳຄັນ ເຊິ່ງເປັນການພິສູດ ຫລື ເປັນຫລັກຖານສຳລັບບາງສິ່ງ. ທັງສອງຢ່າງສາມາດເຊື່ອມຕໍ່ເຖິງກັນໄດ້.