lo_tw/bible/kt/minister.md

3.7 KiB

ຜູ້ຮັບໃຊ້, ວຽກງານຮັບໃຊ້

ນິຍາມ

ໃນພຣະຄັມພີ, ຄຳວ່າ, "ຜູ້ຮັບໃຊ້" ແລະ "ວຽກງານຮັບໃຊ້" ເປັນການບົ່ງບອກເຖິງ ການຮັບໃຊ້ຄົນອື່ນ ໂດຍການສອນພຣະຄັມຂອງພຣະເຈົ້າ ແລະ ການລ້ຽງດູຝ່າຍວິນຍານຂອງພວກເຂົາ. ຄຳວ່າ "ຜູ້ຮັບໃຊ້" ສາມາດໃຊ້ກ່າວເຖິງຄົນທີ່ຮັບໃຊ້ຄົນອື່ນໃນແບບດຽວກັນນີ້.

  • ໃນພຣະຄັມພີເດີມ, ປະໂລຫິດຈະ "ບົວລະບັດຮັບໃຊ້" ພຣະເຈົ້າໃນພຣະວິຫານ ໂດຍການຖວາຍເຄື່ອງເຜົາບູຊາແດ່ພຣະອົງ.
  • "ວຽກງານຮັບໃຊ້" ຂອງປະໂລຫິດ ຍັງລວມທັງການເບິ່ງແຍງພຣະວິຫານ ແລະ ເປັນໂຕແທນຂອງປະຊາຊົນໃນການອະທິຖານຕໍ່ພຣະເຈົ້າ.
  • ໃນພຣະຄັມພີໃໝ່, ຄຳວ່າ "ຜູ້ຮັບໃຊ້" ໃນຂ່າວປະເສີດ ແມ່ນໝາຍເຖິງ ບາງຄົນທີ່ໄດ້ສັ່ງສອນຖ້ອຍຄຳໃຫ້ປະຊາຊົນໄດ້ຮັບຄວາມພົ້ນ ໂດຍຄວາມເຊື່ອໃນພຣະເຢຊູເຈົ້າ. ບາງເທື່ອ ກໍເອິ້ນຜູ້ຮັບໃຊ້ວ່າ "ຄົນຮັບໃຊ້."
  • ໃນວຽກງານບົວລະບັດຮັບໃຊ້ປະຊາຊົນນັ້ນ ຍັງລວມທັງການລ້ຽງດູຝ່າຍຈິດວິນຍານ ໂດຍສອນພວກເຂົາເຖິງເລື່ອງຂອງພຣະເຈົ້າ.
  • ມັນຍັງສາມາດບົ່ງບອກເຖິງການຮັບໃຊ້ປະຊາຊົນໃນທາງດ້ານຮ່າງກາຍອີກ, ເຊັ່ນ ການເບິ່ງແຍງຄົນເຈັບປ່ວຍ ແລະ ການເອົາອາຫານໃຫ້ຄົນທຸກຍາກ.

ຄຳແນະນຳໃນການແປ

  • ໃນເນື້ອໃນກ່ຽວກັບການຮັບໃຊ້ປະຊາຊົນ, "ການຮັບໃຊ້" ສາມາດແປໄດ້ວ່າ "ຮັບໃຊ້" ຫລື "ເບິ່ງແຍງ" ຫລື "ຕອບສະໜອງຄວາມຈຳເປັນຂອງ."
  • ເມື່ອໃຊ້ກ່າວອ້າງເຖິງການຮັບໃຊ້ໃນພຣະວິຫານ, ຄຳວ່າ "ຜູ້ຮັບໃຊ້" ສາມາດແປໄດ້ວ່າ "ຮັບໃຊ້ພຣະເຈົ້າໃນພຣະວິຫານ" ຫລື "ຖວາຍເຄື່ອງເຜົາບູຊາແດ່ພຣະເຈົ້າ ເພື່ອປະຊາຊົນ."
  • ໃນເນື້ອໃນຂອງເລື່ອງທີ່ກ່ຽວຂ້ອງກັບການຮັບໃຊ້ພຣະເຈົ້າ, ນີ້ຍັງສາມາດແປໄດ້ອີກວ່າ "ຮັບໃຊ້" ຫລື "ການເຮັດວຽກເພື່ອພຣະເຈົ້າ."
  • ຄຳເວົ້າວ່າ "ບົວລະບັດ" ສາມາດແປໄດ້ອີກວ່າ "ເບິ່ງແຍງສຳລັບ" ຫລື "ຈັດຕຽມສຳລັບ" ຫລື "ໄດ້ຊ່ວຍ."