lo_tw/bible/kt/lordssupper.md

2.8 KiB

ອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າ

ນິຍາມ

ຄຳວ່າ " ອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າ " ຖືກໃຊ້ໂດຍອັກຄະສາວົກໂປໂລເພື່ອອ້າງເຖີງມີື້ປັດສະຄາທີ່ ພຣະເຢຊູຊົງຮັບປະທານພ້ອມກັບພວກສາວົກຂອງພຣະອົງໃນຄືນທີ່ພຣະອົງຖືກຈັບໂດຍຜູ້ນຳຊາວຢິວ

  • ໃນຊ່ວງເວລາມື້ອາຫານນີ້ ພຣະເຢຊູຊົງຫັກຂະໜົມປັງປັດສະຄາ ແລະ ຮ້ອງຂະໜົມປັງນີ້ວ່າເປັນພຣະກາຍຂອງພຣະອົງເຊິ່ງອີກບໍ່ດົນຈະຖືກຕີ ແລະ ຖືກຂ້າ
  • ພຣະອົງຊົງຮ້ຽກເຫລົ້າອະງຸ່ນໃນຖ້ວຍນີ້ວ່າ ພຣະໂລຫິດຂອງພຣະອົງ ເຊິ່ງອີກບໍ່ດົນຈະຖືກເຮັດໃຫ້ເລືອດອອກເມື່ອພຣະອົງສິ້ນພຣະຊົນເພື່ອເປັນເຄື່ອງບູຊາໄຖ່ບາບ
  • ໃນຈົດໝາຍທີ່ຂຽນເຖີງຜູ້ທີ່ເຊື່ອຊາວໂກລິນໂທ ອັກຄະສາວົກ ໂປໂລ ໄດ້ຕັ້ງອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າໃຫ້ເປັນການປະຕິບັດທີ່ໄດ້ເຮັດເປັນປະຈຳສຳລັບບັນດາຜູ້ທີ່ເຊື່ອໃນພຣະເຢຊູ

ຄຮິດຕະຈັກທັງຫຼາຍໃນທຸກວັນນີ້ໃຊ້ຄຳວ່າ " ສິນມະຫາສະໜິດ " ເພື່ອອ້າງເຖີງອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າ ບາງເທື່ອກໍ່ໃຊ້ຄຳວ່າ " ອາຫານມື້ສຸດທ້າຍ " ດ້ວຍ

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ອີກວ່າคำ " ມື້ອາຫານຂອງອົງພຣະຜູ້ເປັນເຈົ້າ " ຫຼື " ມື້ອາຫານຂອງອົງພຣະຜູ້ເປັນເຈົ້າຂອງເຮົາ " ຫຼື " ມື້ອາຫານເພື່ລະນຶກຄິດເຖີງອົງພຣະຜູ້ເປັນເຈົ້າພຣະເຢຊູ "