lo_tw/bible/kt/kingdomofgod.md

2.3 KiB

ອານາຈັກຂອງພຣະເຈົ້າ, ອານາຈັກສະຫວັນ

ນິຍາມ

ຄຳວ່າ "ອານາຈັກຂອງພຣະເຈົ້າ" ແລະ "ອານາຈັກສະຫວັນ" ທັງສອງຄຳໝາຍເຖິງການປົກຄອງແລະສິດອຳນາດຂອງພຣະເຈົ້າເໜືອປະຊາກອນແລະເໜືອສິ່ງທີ່ພຣະອົງຊົງສ້າງທັງປວງ.

  • ຊາວຢິວມັກຈະໃຊ້ຄຳວ່າ "ສະຫວັນ" ເພື່ອເປັນການກ່າວເຖິງພຣະເຈົ້າ ເພື່ອເປັນການຫລີກລ້ຽງການກ່າວເຖິງພຣະນາມຂອງພຣະອົງໂດຍກົງ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).
  • ໃນພຣະຄຳພີໃຫມ່ມັດທາຍໄດ້ຂຽນວ່າ ລາວໄດ້ກ່າວເຖິງອານາຈັກຂອງພຣະເຈົ້າວ່າເປັນ "ອານາຈັກສະຫວັນ" ເພາະວ່າຕົ້ນຕໍແລ້ວລາວຂຽນເຖິງຊາວຢິວ.
  • ອານາຈັກຂອງພຣະເຈົ້າຫມາຍເຖິງພຣະເຈົ້າກຳລັງປົກຄອງເຫນືອປະຊາກອນຝ່າຍວິນຍານກໍ່ຄືການປົກຄອງເຫນືອທັງໂລກ.
  • ຜູ້ປະກາດຂ່າວປະເສີດໃນພຣະຄຳພີເດີມກ່າວວ່າ ພຣະເຈົ້າຈະສົ່ງພຣະເມຊີອາເພື່ອມາປົກຄອງດ້ວຍຄວາມຊອບທຳ ພຣະເຢຊູຄຣິສຄືພຣະບຸດຂອງພຣະເຈົ້າ,ແມ່ນພຣະເມຊີອາຜູ້ທີ່ຈະມາປົກຄອງອານາຈັກຂອງພຣະເຈົ້າຕະຫລອດໄປ.

ຄຳແນະນຳໃນການແປ

  • ຄວາມໝາຍທົ່ວໄປຄຳວ່າ "ອານາຈັກຂອງພຣະເຈົ້າ" ສາມາດແປໄດ້ວ່າ "ການປົກຄອງຂອງພຣະເຈົ້າ".