lo_tw/bible/kt/innocent.md

4.4 KiB

ຜູ້ໄຮ້ດຽງສາ, ຜູ້ບໍຣຶສູດ

ນິຍາມ

ຄຳວ່າ "ຜູ້ໄຮ້ດຽງສາ" ໝາຍເຖຶງບໍ່ມີຄວາມຜິດໃນອາດຊະຍາກຳຫຼືການກະທຳຜິດອື່ນໆ ຄຳນີ້ຍິງອາດອ້າງເຖີງຄົນທີ່ບໍ່ໄດ້ມີສ່ວນໃນການກະທຳສິ່ງຊົ່ວ

  • ຄົນທີ່ຖືກກ່າວຫາວ່າທຳບ່າງຢ່າງຜິດທີ່ບໍ່ມີຄວາມຜິດທີ່ລາວບໍ່ໄດ້ທຳຜິດນັ້ນ
  • ບາງຄັ້ງ "ຜູ້ໄຮ້ດຽງສາ" ຖືກໃຊ້ເພື່ອອ້າງເຖີງຄົນທີ່ບໍ່ໄດ້ທຳສິ່ງໃດຜິດເຊັ່ນການທີ່ຈະຕ້ອງຖືກປະຕຶບັດທີ່ຊົ່ວຮ້າຍທີ່ພວກເຂົາໄດ້ຮັບຢູ່ເຊັ່ນກອງທັບສັດຕູໂຈມຕີ "ຜູ້ບໍຣຶສຸດ"

ຄຳແນະນຳໃນການແປ

  • ໃນກໍ​ຣະ​ນີສວ່ນໃຫ່ຍຄຳວ່າ "ຜູ້ໄຮ້ດຽງສາ" ສາມາດແປໄດ້ວ່າ "ບໍ່ມີຄວາມ

ຜິດ" ຫຼື "ບໍ່ຕ້ອງຮັບຜິດຊອບ" ຫຼື "ບໍ່ຄວນຖືກຕຳນິ" ສຳຫລັບບາງຢ່າງ

  • ເມື່ອອ້າງເຖີງຄົນທີ່ປະສະຈາກຄວາມຜິດໂດຍທົ່ວໄປ ຄຳນີ້ສາມາດແປໄດ້ວ່າ "ຜູ້ທີ່ບໍ່ໄດ້ທຳຫຍັງຜຶດ" ຫຼື "ຜູ້ທີ່ບໍ່ໄດ້ມີສ່ວນ​ຮ່ວມໃນຄວາມ​ຊົ່ວ"
  • ຄຳເວົ້າທີ່ປະກົດຫລາຍໆຄັ້ງ "ເລືອດຂອງຜູ້ບໍຣຶສຸດ" ສາມາດແປໄດ້ວ່າ "ຄົນທີ່ບໍ່ໄດ້ເຮັດຫຍັງ​ຜິດທີ່ສົມຄວນຈະຖືກຂ່າ"
  • ຄຳເວົ້າ "ທຳໃຫ້ເລືອດບໍຣຶສຸດຫລັ່ງອອກ" ອາດຈະຖືກແປວ່າ "ຂ້າຜູ້ບໍຣຶສຸດ" ຫຼື "ຂ້າຄົນທີ່ບໍ່ໄດ້ເຮັດຫຍັງຜຶດຖືກຂ້າ"
  • ໃນບໍຣຶບົດທີ່ຄົນໜື່ງກຳລັງຖືກຂ້າ "ບໍຣຶສຸດໃນເລື່ອງຄວາມຕາຍ" ສາມາດແປໄດ້ວ່າ "ບໍ່ໄດ້ມີຄວາມຜຶດໃນການຕາຍຂອງ​ເຂົາ"
  • ເມື່ອເວົ້າ​ເຖີງຄົນທີ່ບໍ່ຍ້ອມຮັບຂ່າວປະເສີດຂອງພຣະເຢຊູເຈົ້າ ແຕ່ບໍ່ຍອມຮັບນັ້ນ "ບໍຣິສຸດໃນເຣຶ່ອງການຕາຍຂອງ​ເຂົາ" ສາມາດແປໄດ້ວ່າ"ບໍ່ຮັບ​ຜິດຊອບບໍ່ວ່າພວກເຂົາຈະຕາຍໃນຝ່າຍວຶນຍານຕໍ່ໄປຫຼືບໍ" ຫຼື "ບໍ່ຮັບຜຶດຊອບບໍ່ວ່າພວກເຂົາຈະຮັບຂ່າວນີ້ຫຼືບໍ່"
  • ເມື່ອຢູດາໄດ້ເວົ້າວ່າ "ຂ້າພຣະເຈົ້າໄດ້ເຮັດໃຫ້ເລືອດຂອງຜູ້ບໍ່ມີຄວາມ​ຜິດເຖຶງແກ່ຄວາມຕາຍ" ລາວກຳລັງເວົ້າວ່າ "ຂ້າພຣະເຈົ້້າໄດ້ເຮັດຕໍ່ຜູ້ທີ່ບໍ່ມີຄວາມຜິດຫຍັງ" ຫຼື "ຂ້າພຣະເຈົ້າໄດ້ເປັນສາເຫດແຫ່ງການຕາຍຂອງຄົນທີ່ບໍ່ມີບາບ"
  • ເມື່ອປີລາດໄດ້ເວົ້າກຽວກັບພຣະເຢຊູວ່າ "ເຮົາບໍຣຶສຸດໃນໂລຫິດຂອງຜູ້ບໍຣຶສຸດນີ້" ປະໂຍດນີ້ແປວ່າ "ເຮົາບໍ່ຮັບຜິດຊອບຕໍ່ການປະຫານຜູ້ຊາຍຄົນນີ້ທີ່ບໍ່ໄດ້ເຮັດຫຍັງຜິດເຖຶງແກ່ຄວາມຕາຍ"