lo_tw/bible/kt/imageofgod.md

3.2 KiB

ພຣະລັກສະນະຂອງພຣະເຈົ້າ,ລັກສະນະ

ນິຍາມ

ຄຳວ່າ "ລັກສະນະ "ອ້າງເຖີງບາງສິ່ງທີ່ເບິ່ງເຫມືອນສິ່ງອື່ນຫລືເຫມືອນບາງຄົນໃນບຸກຄະລິກລັກສະນະຫລືແກ່ນແທ້.ວາລີທີ່ວ່າ"ພຣະລັກສະນະຂອງພຣະເຈົ້າ "ຖືກໃຊ້ໃນຫລາຍວິທີທາງ,ຂື້ນຢູ່ກັບກໍ​ຣະ​ນີ.

  • ເມື່ອ​ຕົ້ນເດີມນັ້ນພຣະເຈົ້າຊົງສ້າງມະນຸດຕາມ"ພຣະລັກສະນະຂອງພຣະເຈົ້າ"ນັ້ນຄື"ໃຫ້ເຫມືອນກັບພຮະອົງ"ນີ້ຫມາຍຄວາມວ່າຄົນເຮົາມີລັກສະນະພິເສດບາງຢ່າງທີ່ສະທ້ອນເຖີງພຣະລັກສະນະຂອງພຣະເຈົ້າ ເ​ຊັ່ນ ຄວາມສາມາດໃນການຮັບຮູ້ເຖີງອາລົມຕ່າງໆຄວາມສາມາດໃນການໃຫ້ເຫດຜົນແລະສື່ສານ,ແລະວິນຍານທີ່ດຳລົງຢູ່ຕລອດການ.
  • ພຣະຄຳພີສອນວ່າພຣະເຢຊູ ພຣະບຸດຂອງພຣະເຈົ້າ ຄື "ພຣະລັກສະນະຂອງພຣະເຈົ້າ "ນັ້ນຄືພຣະອົງເອງຊົງເປັນພຣະເຈົ້າ.ບໍ່ເຫມືອນກັບມະນຸດ ພຣະເຢຊູບໍ່ໄດ້ຖືກນີ​ຣະມິດຂື້ນມາ. ຕລອດນີ​ຣັນດອນ.. ພຣະເຈົ້າ ພຣະບຸດຊົງມີພຣະລັກສະນະຂອງພຣະເຈົ້າທັງຫມົດເພາະວ່າພຣະອົງຊົງສະພາບດຽວກັນກັບພຣະເຈົ້າພຣະບິດາ.

ຄຳແນະນຳໃນການແປ

  • ເມື່ອອ້າງເຖີງພຣະເຢຊູ,"ພຣະລັກສະນະຂອງພຣະເຈົ້າ "ສາມາດແປໄດ້ວ່າ "ຄວາມເຫມືອນກັບພຣະເຈົ້າທຸກປະການ " ຫຼື "ສະພາບດຽວກັນກັບພຣະເຈົ້າ " ຫຼື "ການດຳລົງຢູ່ເຊັ່ນດຽວກັນກັບພຣະເຈົ້າ "
  • ເມື່ອອ້າງອີງເຖີງມະນຸດ, "ພຣະເຈົ້າຊົງສ້າງພວກເຂົາຕາມພຣະລັກສະນະຂອງພຣະອົງ " ສາມາດແປໄດ້ດ້ວຍ​ກໍ​ຣະ​ນີ ທີ່ຫມາຍຄວາມວ່າ, "ພຣະເຈົ້າຊົງສ້າງພວກເຂົາໃຫ້ເຫມືອນພຣະອົງ " ຫຼື "ພຣະເຈົ້າຊົງສ້າງພວກເຂົາໃຫ້ມີບຸກຄະລິກລັກສະນະເຫມືອນພຣະອົງເອງ "