lo_tw/bible/kt/hope.md

4.1 KiB

ຄວາມຫວັງ

ນິຍາມ

ຄຳວ່າ "ຄວາມຫວັງ" ອ້າງເຖິງການຄາດຫວັງແລະຄວາມປາດຖະໜາຢ່າງແຮງໃຫ້ບາງສິ່ງເກີດຂຶ້ນ. ແລະຍັງສາມາດແປວ່າ ບໍ່ແນ່ນອນວ່າສິ່ງນັ້ນຈະເກີດຂຶ້ນ.

  • ໃນພຣະຄຳພີ, ຄຳວ່າ "ຄວາມຫວັງ" ມີຄວາມໝາຍວ່າ "ເຊື່ອໝັ້້ນໃນ," ຢ່າງເຊັ່ນ "ຄວາມຫວັງຂອງຂ້າພຣະເຈົ້າຢູ່ໃນອົງພຣະຜູ້ເປັນເຈົ້າ." ນີ້ອ້າງເຖິງການຄາດຫວັງຢ່າງແນ່ນອນວ່າຈະໄດ້ຮັບສິ່ງທີ່ພຣະເຈົ້າຊົງສັນຍາໄວ້ກັບປະຊາກອນຂອງພຣະອົງ.
  • ບາງເທື່ອ ULB ໄດ້ແປຄຳວ່າ "ຄວາມຫວັງ" ເປັນ "ຄວາມໝັ້ນໃຈ," ສະເພາະຢ່າງຍິ່ງໃນພັນທະສັນຍາໃໝ່ ໃນບໍລິບົດທີ່ອ້າງເຖິງຄວາມໝັ້ນໃຈທີ່ຈະໄດ້ຮັບສິ່ງທີ່ພຣະເຈົ້າໄດ້ຊົງສັນຍາໄວ້ກັບປະຊາຊົນຜູ້ທີ່ເຊື່ອໃນພຣະເຢຊູເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ.
  • ການ "ບໍ່ມີຄວາມຫວັງ" ໝາຍເຖິງການບໍ່ມີຄວາມຄາດຫວັງວ່າສິ່ງທີ່ດີຈະເກີດຂຶ້ນ. ນີ້ໝາຍຄວາມວ່າມັນເປັນເລື່ອງຈິງແນ່ນອນທີ່ມັນຈະບໍ່ເກີດຂຶ້ນ.

ຄຳແນະນຳໃນການແປ

  • ໃນບາງບໍລິບົດ, ຄຳວ່າ "ຫວັງ" ສາມາດແປໄດ້ວ່າ "ປາຖະໜາ" ຫລື "ຕ້ອງການ" ຫລື "ຄາດຫວັງ."
  • ຄຳກ່າວ, "ບໍ່ມີຫຍັງໃຫ້ຫວັງ" ສາມາດແປໄດ້ວ່າ "ບໍ່ມີຫຍັງໃຫ້ເຊື່ອ" ຫລື "ບໍ່ມີຄວາມຄາດຫວັງໃນສິ່ງທີ່ດີຫຍັງເລີຍ"
  • ການ "ບໍ່ມີຄວາມຫວັງ" ສາມາດແປໄດ້ວ່າ, "ບໍ່ມີຄວາມຄາດຫວັງໃນສິ່ງທີ່ດີຫຍັງເລີຍ" ຫລື "ບໍ່ມີຫລັກປະກັນ" ຫລື "ໝັ້ນໃຈວ່າຈະບໍ່ມີຫຍັງດີເກີດຂຶ້ນ."
  • ຄຳກ່າວ, "ຈົ່ງຕັ້ງຄວາມຫວັງຂອງທ່ານໃນ " ສາມາດແປວ່າ " ໄດ້ວາງຄວາມໝັ້ນໃຈຂອງທ່ານໃນ" ຫລື "ໄດ້ເຊື່ອໝັ້ນໃນ."
  • ວະລີ "ຂ້າພະເຈົ້າພົບຄວາມຫວັງໃນພະຄຳຂອງພຣະອົງ" ສາມາດແປວ່າ, "ຂ້າພະເຈົ້າໝັ້ນໃຈວ່າພຣະຄຳຂອງພຣະອົງເປັນຄວາມຈິງ" ຫລື "ພຣະຄຳຂອງພຣະອົງຊ່ວຍຂ້າພະເຈົ້າໃຫ້ເຊື່ອໝັ້ນໃຈໃນພຣະອົງ" ຫລື "ເມື່ອຂ້າພະເຈົ້າເຊື່ອຟັງພຣະຄຳຂອງພຣະອົງ ຂ້າພະເຈົ້າແນ່ໃຈວ່າຈະໄດ້ຮັບພຣະພອນ."
  • ຄຳວະລີຕ່າງໆ, ເຊັ່ນ "ຫວັງໃນ" ພຣະເຈົ້າ ສາມາດແປວ່າ, "ເຊື່ອໝັ້ນໃນພຣະເຈົ້າ" ຫລື "ຮູ້ແນ່ນອນວ່າພຣະເຈົ້າຈະກະທຳສິ່ງທີ່ພຣະອົງໄດ້ຊົງສັນຍາໄວ້" ຫລື "ແນ່ໃຈວ່າພຣະເຈົ້າຊົງສັດຊື່."