lo_tw/bible/other/prosper.md

14 lines
3.5 KiB
Markdown
Raw Permalink Normal View History

2021-07-12 16:22:35 +00:00
# ຈະເລີນກ້າວໜ້າ, ຈະເລີນຮຸ່ງເຮືອງ, ຄວາມຮຸ່ງເຮືອງ
## ນິຍາມ
ຄຳວ່າ"ຈະເລີນກ້າວໜ້າ" ໂດຍທັ່ວໄປອ້າງເຖິງການມີຊີວິດທີ່ດີແລະສາມາດອ້າງເຖິງການຈະເລີນຮຸ່ງເຮືອງທາງຮ່າງກາຍແລະຈິດວິນຍານ ເມື່ອຄົນຫລືປະເທດ " ຈະເລີນຮຸ່ງເຮືອງ" ໝາຍເຖິງພວກເຂົາມີຖານະລ້ຳລວຍແລະມີທຸກຢ່າງທີ່ພວກເຂົາຕ້ອງການໃຫ້ປະສົບຄວາມສຳເຣັດ ພວກເຂົາກຳລັງພົບກັບ "ຄວາມຮຸ່ງເຮືອງ"
* ຄຳວ່າ"ຮຸ່ງເຮືອງ" ມັກອ້າງເຖິງການປະສົບຄວາມສຳເຣັດໃນການເປັນເຈົ້າຂອງເງີນແລະຊັບສິນຫລືໃນການຜະລິດທຸກຢ່າງທີ່ຈຳເປັນສຳລັບຄົນເພື່ອໃຫ້ມີຊີວິດທີ່ດີ
* ໃນພະຄັມພີຄຳວ່າ"ຮຸ່ງເຮືອງ" ຍັງຫມາຍເຖິງສຸກຂະພາບທີ່ດີແລະການໄດ້ຮັບພະພອນກັບລູກຫຼານດ້ວຍ
* ເມືອງຫລືປະເທດ" ທີ່ຮຸ່ງເຮືອງ" ເປັນເມືອງຫລືປະເທດທີ່ຄົນທັງ ຫລາຍ ມີຜະລິດຕະຜົນທີ່ດີ ແລະທຸລະກິດທີ່ນຳເງີນຫລວງຫລາຍມາໃຫ້
* ພະຄັມພີສອນວ່າບຸກຄົນທີ່ຈະ ຈະເລີນຮຸ່ງເຮືອງຝ່າຍວິນຍານໄດ້ເມື່ອທ່ານເຊື່ອຟັງຄຳສອນຂອງພະເຈົ້າ ທ່ານເອງຈະໄດ້ພົບກັບພະພອນແຫ່ງຄວາມຊື່ນຊົມຢິນດີແລະສັນຕິສຸກດ້ວຍ ພະເຈົ້າບໍ່ໃຫ້ຄວາມມັ່ງຄັ່ງທາງວັດຖຸຢ່າງຫລວງຫລາຍແກ່ຜູ້ຄົນ ແຕ່ພະອົງຈະໃຫ້ພວກທ່ານຈະເລີນຮຸ່ງເຮືອງຝ່າຍວິນຍານເມື່ອພວກທ່ານຍ່າງຕາມຫົນທາງຂອງພະອົງ
* ຂຶ້ນຢູ່ກັບສະພາບການ ຄຳວ່າ"ຮຸ່ງເຮືອງ" ສາມາດແປໄດ້ວ່າ "ປະສົບຄວາມສຳເຣັດຝ່າຍວິນຍານ" ຫລື "ໄດ້ຮັບພະພອນຈາກພະເຈົ້າ" ຫລື "ມີປະສົບການກັບສິ່ງທີ່ດີ" ຫລື "ມີຊີວິດທີ່ດີ"
* ຄຳວ່າ" ຮຸ່ງເຮືອງ" ສາມາດແປໄດ້ວ່າ "ປະສົບຄວາມສຳເຣັດ" ຫລື "ມັ່ງຄັ່ງ" ຫລື"ເກີດຜົນຝ່າຍວິນຍານ"
* "ຮຸ່ງເຮືອງ" ສາມາດແປໄດ້ວ່າ "ມີຊີວິດທີ່ດີ" ຫລື "ລ້ຳລວຍ" ຫລື "ປະສົບຄວາມສຳເຣັດ" ຫລື "ພະພອນອັນເຫຼືອລົ້ນ"