lo_tw/bible/other/dishonor.md

14 lines
2.3 KiB
Markdown
Raw Permalink Normal View History

2021-07-12 16:22:35 +00:00
# ບໍ່ໃຫ້ກຽດ, ຢ່າງບໍ່ໃຫ້ກຽດ
## ນິຍາມ
ຄຳວ່າ "ບໍ່ໃຫ້ກຽດ" ໝາຍເຖິງການກະທຳບາງສິ່ງທີ່ບໍ່ໜ້າເຄົາລົບກັບບາງຄົນ.ນີ້ຍັງທຳໃຫ້ຄົນນັ້ນເປັນທີ່ໜ້າອາຍຫຼືຂາຍໜ້າ.
* ບາງຄັ້ງ "ຢ່າງບໍ່ໃຫ້ກຽດ" ໃຊ້ເພື່ອອ້າງເຖິງວັດຖຸທີ່ບໍ່ເປັນປະໂຫຍດສຳຄັນໃດ ໆ ເລີຍ.
* ພວກເດັກນ້ອຍໄດ້ຮັບຄຳສັ່ງສອນໃຫ້ເຄົາລົບແລະເຊື່ອຟັງພໍ່ແມ່ຂອງພວກເຂົາ,ເມື່ອພວກເດັກນ້ອຍບໍ່ເຊື່ອຟັງ, ພວກເຂົາບໍ່ໃຫ້ກຽດບິດາມານດາຂອງພວກເຂົາ.ພວກເຂົາກະທຳຕໍ່ບິດາມານດາຂອງພວກເຂົາດ້ວຍວິທີທີ່ບໍ່ໃຫ້ກຽດຕໍ່ພວກເຂົາ.
* ຊາວອິດສະຣາເອນບໍ່ໃຫ້ກຽດແກ່ພຣະຢາເວ ເມື່ອພວກເຂົາໄດ້ນະມັດສະການພຣະປອມແລະປະຕິບັດຜິດສິນລະທັມ.
* ພວກຢິວບໍ່ໃຫ້ກຽດແກ່ພຣະເຢຊູໂດຍບອກວ່າ ພຣະອົງຖືກຜີເຂົ້າສິງ.
* ນີ້ອາດແປວ່າ "ບໍ່ໃຫ້ກຽດ" ຫຼື "ການປະຕິບັດດ້ວຍການບໍ່ໃຫ້ຄວາມເຄົາລົບ.
* ຄຳນາມວ່າ "ການບໍ່ໃຫ້ກຽດ" ອາດແປໄດ້ວ່າ "ການບໍ່ໃຫ້ຄວາມເຄົາລົບ" ຫຼື "ການທຳໃຫ້ສູນເສຍກຽດ".
* "ຢ່າງບໍ່ໃຫ້ກຽດ" ອາດແປວ່າ "ຢ່າງບໍ່ໃຫ້ກຽດ" ຫຼື "ໜ້າອັບອາຍ" ຫຼື "ບໍ່ຄຸ້ມຄ່າ" ຫຼື "ບໍ່ມີຄ່າ" ກໍໄດ້,ທັງນີ້ຂຶ້ນຢູ່ກັບບໍລິບົດນັ້ນໆ.