lo_tw/bible/kt/testimony.md

19 lines
3.4 KiB
Markdown
Raw Permalink Normal View History

2021-07-12 16:22:35 +00:00
# ປະຈັກພະຍານ,ເປັນພະຍານ
## ນິຍາມ
ຄຳວ່າ "ປະຈັກພະຍານ" ແລະ "ພະຍານ" ແມ່ນການເວົ້າກ່ຽວກັບບາງສິ່ງບາງຢ່າງທີ່ຄົນໜຶ່ງຮູ້ວ່າເປັນຄວາມຈິງ.
* ປົກກະຕິແລ້ວບຸກຄົນໃດຫນຶ່ງ "ເປັນພະຍານ" ກ່ຽວກັບບາງສິ່ງບາງຢ່າງທີ່ລາວໄດ້ປະສົບໂດຍກົງ.
* ພະຍານທີ່ໃຫ້ "ການເປັນພະຍານບໍ່ຈິງ" ບໍ່ໄດ້ເວົ້າຄວາມຈິງກ່ຽວກັບສິ່ງເກິດຂື້ນ.
* ບາງຄັ້ງຄຳວ່າ "ປະຈັກພະຍານ" ອ້າງເຖີງຄຳປະກາດພຣະຄຳແລະຜູ້ປະກາດພຣະຄຳ.
* ໃນພຣະຄຳພີໃໝ່ ຄຳນີ້ມັກໃຊ້ອ້າງເຖິງຜູ້ຕຶດຕາມຂອງພຣະເຢຊູເຈົ້າໄດ້ເປັນພະຍານເຖິງເຫດການທີ່ເກຶດຂື້ນໃນຊີວຶດ ຄວາມຕາຍແລະການຄືນຈາກຕາຍຂອງພຣະເຢຊູເຈົ້າ.
## ຄຳແນະນຳໃນການແປ
* ຄຳວ່າ "ເປັນພະຍານ" ຫຼື "ໃຫ້ການເປັນພະຍານ" ສາມາດແປວ່າ "ບອກຂໍ້ແທ້ຈິງ" ຫຼື "ບອກສິ່ງທີ່ໄດ້ເຫັນຫຼືໄດ້ຍິນ" ຫຼື "ບອກເລົ່າຈາກປະສົບການສ່ວນຕັວ" ຫຼື "ໃຫ້ຫລັກຖານ" ຫຼື "ບອກສິ່ງທີ່ໄດ້ເກິດຂື້ນ".
* ວິທີການແປ "ການເປັນພະຍານ" ສາມາດລວມເຖິງ "ລາຍງານວ່າເກິດສິ່ງໃດຂື້ນ" ຫຼື "ຄຳຖະແຫລ່ງວ່າອັນໃດເປັນຄວາມຈິງ" ຫຼື "ຫລັກຖານ" ຫຼື"ສິ່ງທີ່ໄດ້ຮັບການເວົ້າ" ຫຼື "ຄຳທຳນວາຍ".
* ປະໂຫຍກທີ່ວ່າ, "ເປັນປະຈັກພະຍານຕໍ່ພວກເຂົາ" ສາມາດຖືກແປເປັນ, "ເພື່ອສະແດງໃຫ້ພວກເຂົາເຫັນສິ່ງທີ່ເປັນຄວາມຈິງ" ຫຼື "ເພື່ອພິສູດໃຫ້ພວກເຂົາຮູ້ວ່າອັນໃດແມ່ນຄວາມຈິງ."
* ປະໂຫຍກທີ່ວ່າ "ເປັນພະຍານຕໍ່ຕ້ານກັບພວກເຂົາ" ອາດແປວ່າ"ເຊີງຈະສະແດງໃຫ້ພວກເຂົາເຫັນເຖິງຄວາມບາບຂອງເຂົາ" ຫຼື "ເປິດເຜີຍຄວາມໜ້າຊື່ໃຈຄົດຂອງພວກເຂົາ" ຫຼື "ເຊີ່ງຈະພຶສູດໄດ້ວ່າພວກເຂົາຜິດ".
* ການ "ໃຫ້ຄຳພະຍານບໍ່ຈິງ" ສາມາດແປວ່າ "ເວົ້າເລື່ອງບໍ່ຈິງກ່ຽວກັບ" ຫຼື "ລະບຸສິ່ງທີ່ບໍ່ເປັນຈິງ".