ທະເລຄາລີເລແມ່ນຊື່ອື່ນອີກບໍ?
ພຣະເຢຊູໄດ້ສະເດັດຂວ້າມໄປອີກຟາກຂອງທະເລສາບຄາລີເລ ຫລືທີ່ເອີ້ນອີກຊື່ໜຶ່ງວ່າທະເລສາບຕີເບເຣຍ.
ເປັນຫຍັງຝູງຊົນອັນຫລວງຫລາຍຈຶ່ງຕິດຕາມພຣະເຢຊູ?
ມີຝູງປະຊາຊົນເປັນຈຳນວນຫລວງຫລາຍຕິດຕາມພຣະອົງ, ເພາະເຂົາໄດ້ເຫັນຫມາຍສຳຄັນທີ່ພຣະອົງຊົງເຮັດໃຫ້ແກ່ຄົນເຈັບປ່ວຍເຫລົ່ານັ້ນ.