lo_tq/num/22/21.md

20 lines
1.8 KiB
Markdown

# ບາລາອາມໄດ້ເຮັດຫຍັງໃນຕອນເຊົ້າ?
ບາລາອາມຕື່ນຂຶ້ນໃນຕອນເຊົ້າ, ຜູກລໍຂອງເຂົາ, ແລະ ອອກ ເດີນທາງໄປກັບພວກຜູ້ນຳຊາວໂມອາບ.
# ເປັນຫຍັງຄວາມໂກດຮ້າຍຂອງພຣະເຈົ້າໄດ້ພຸ່ງຂຶ້ນ?
ຄວາມໂກດຮ້າຍເພາະບາລາອາມໄປນຳພວກເຂົາ.
# ເທວະດາຂອງພຣະຢາເວໄດ້ເຮັດຫຍັງ?
ເທວະດາຂອງພຣະຢາເວກໍມາຢືນຂວາງຢຸ່ໃນຫົນທາງນັ້ນເປັນເຫມືອນຄົນທີ່ເປັນສັດຕູຕໍ່ບາລາອາມ.
# ລໍຂອງບາລາອາມໄດ້ເຫັນຫຍັງຢູ່ໃນຫົນທາງ?
ໂຕລໍຂອງບາລາອາມ ໄດ້ເຫັນເທວະດາຂອງພຣະຢາເວທີ່ຊັກດາບອອກມາຢູ່ໃນມືຂອງເຂົາກຳລັງຢືນຢູ້ໃນຫົນທາງນັ້ນ.
# ລໍຂອງບາລາອາມໄດ້ເຮັດຫຍັງເມື່ອມັນເທວະດາຂອງພຣະຢາເວ, ແລະບາລາອາມໄດ້ເຮັດຫຍັງກັບລໍຂອງລາວ?
ໂຕລໍຂອງບາລາອາມກໍແລ່ນອອກຈາກທາງ ແລະ ເຂົ້າໄປສູ່ທົ່ງນາ. ບາລາອາມຈຶ່ງຕີລໍໂຕນັ້ນຂະຫນາບມັນໃຫ້ກັບຄືນມາສູ່ຫົນທາງໃຫຍ່.