lo_tq/num/03/38.md

1.1 KiB

ໂມເຊແລະອາໂຣນແລະພວກລູກຊາຍທີ່ຕັ້ງຄ້າຍພັກຢູ່ທາງທິດຕາເວັນອອກຂອງຫໍເຕັນສັກສິດໄດ້ເຮັດຫຍັງ?

ພວກເຂົາຮັບຜິດຊອບໃນການປະຕິບັດພາລະກິດຫນ້າທີ່ ໃນບ່ອນນະມັດສະການ ແລະ ຫນ້າທີ່ຂອງຄົນອິດສະຣາເອນ.

ຈະມີຫຍັງເກີດຂື້ນກັບຄົນຕ່າງຊາດທີ່ເຂົ້າມາໃກ້ບ່ອນນະມັດສະການ?

ຄົນຕ່າງຊາດທີ່ເຂົ້າມາໃກ້ບ່ອນນະມັດສະການຕ້ອງມີໂທດເຖິງຕາຍ.

ໂມເຊແລະອາໂຣນນັບໃຜແດ່?

ໂມເຊກັບອາໂຣນໄດ້ນັບຜູ້ຊາຍທັງຫມົດໃນຕະກຸນຂອງເລວີ ທີ່ມີອາຍຸຫນຶ່ງເດືອນຂຶ້ນໄປ.