lo_tq/jhn/19/04.md

1.7 KiB

ເປັນຫຍັງປີລາດຈຶ່ງພາພຣະເຢຊູອອກໄປຫາຜູ້ຄົນອີກເທື່ອ ຫນື່ງ?

“ເບິ່ງແມ, ເຮົາພາຄົນນີ້ອອກມອບໃຫ້ພວກທ່ານ ເພາະຮູ້ວ່າເຮົາບໍ່ເຫັນຄວາມຜິດຈັກປະ­ການໃນຕົວເພິ່ນເລີຍ.”

ພຣະເຢຊູນຸ່ງຫຍັງເມື່ອປີລາດພາພະອົງກັບຄືນໄປຫາປະຊາຊົນ?

ພຣະເຢຊູເຈົ້າຈຶ່ງສະເດັດອອກມາ, ສວມພວງ­ມະລັຍທີ່ເຮັດດ້ວຍເຄືອຫນາມນັ້ນ ແລະ ຊົງຄຸມດ້ວຍເສື້ອສີ­ມ່ວງ. ປີ­ລາດກ່າວກັບພວກເຂົາວ່າ, “ເບິ່ງຊາຍຄົນນີ້ແມ!”

ເມື່ອພວກເຂົາເຫັນພະເຍຊູພວກປະໂລຫິດໃຫຍ່ແລະນາຍທະຫານໄດ້ເວົ້າຫຍັງ?

ເມື່ອພວກຫົວຫນ້າປະ­ໂລ­ຫິດ ແລະ ພວກເຈົ້າຫນ້າ­ທີ່ໄດ້ເຫັນພຣະ­ອົງເຂົາກໍໂຮ່ຮ້ອງຂຶ້ນວ່າ, “ຄຶງມັນ, ຄຶງມັນເສຍ!” ປີ­ລາດກ່າວກັບເຂົາວ່າ, “ພວກເຈົ້າຈົ່ງພາເຂົາໄປຄຶງເອົາເອງ, ເພາະຝ່າຍເຮົາບໍ່ເຫັນວ່າເຂົາມີຄວາມຜິດເລີຍ.”