lo_tq/isa/43/16.md

859 B

ມີສິ່ງເກົ່າໃດທີ່ພຣະຢາເວຊົງໄດ້ເຮັດທີ່ພຣະອົງບອກພວກເຂົາບໍ່ໃຫ້ລະນຶກເຖິງຫລືພິຈາລະນາ?

ພຣະຢາເວຊົງໄດ້ເປີດທາງໄປສູ່ທະເລ ແລະ ເສັ້ນທາງໃນນ້ຳທີ່ໄຫລແຮງ. ຜູ້ທີ່ໄດ້ນຳລົດຮົບແລະມ້າອອກມາ, ທະຫານ ແລະ ກອງທັບທີ່ມີອຳນາດອອກມາ, ພວກເຂົາໄດ້ຈົມລົງໄປພ້ອມກັນ; ພວກເຂົາຈະບໍ່ໄດ້ຂື້ນມາອີກເລີຍ; ພວກເຂົາໄດ້ສູນສິ້ນໄປ ມອດດັບໄປຄືໃສ້ຕະກຽງ.