lo_tq/isa/40/03.md

1.2 KiB

ມີສຽງຫນຶ່ງຮ້ອງອອກມາແນວໃດ?

ມັນຮ້ອງວ່າ, "ໃນຖິ່ນທຸລະກັນດານ ຈົ່ງເຮັດທາງຫລວງສຳລັບພຣະເຈົ້າຂອງພວກເຮົາໃນອາຣາບານໃຫ້ຊື່ໄປ."

ຈະເກີດຫຍັງຂຶ້ນກັບແຜ່ນດິນໃນອິດສະຣາເອນ?

ຮ່ອມພູທຸກແຫ່ງຈະຖືກຍົກໃຫ້ສູງຂຶ້ນ, ແລະທຸກພູເຂົາແລະເນີນພູຈະຖືກເຮັດໃຫ້ຕ່ຳລົງ; ແລະແຜ່ນດິນທີ່ແຂງແລະຫຍາບຈະຖືກປ່ຽນໃຫ້ເປັນດິນອ່ອນ, ແລະບ່ອນສູງໆຕຳ່ໆຈະເຮັດໃຫ້ຮາບພຽງ.

ພຣະສະຫງ່າຣາສີຂອງພຣະຢາເວຈະຖືກເປີດເຜີຍຕໍ່ຜູ້ໃດ?

ພຣະສະຫງ່າຣາສີຂອງພຣະຢາເວຈະຖືກເປີດເຜີຍ, ແລະທຸກຄົນຈະຫລຽວເຫັນພ້ອມກັນ.