lo_tq/isa/35/05.md

997 B

ມີສິ່ງໃດແດ່ທີ່ຈະເກີດຂື້ນເມື່ອພຣະເຈົ້າຂອງພວກເຂົາມາ?

ຄົນຕາບອດຈະເບິ່ງເຫັນ, ແລະ ຫູຂອງຄົນຫູຫນວກຈະໄດ້ຍິນ.ແລ້ວຄົນຂາພິການຈະໂດດເຕັ້ນ, ແລະ ລີ້ນຂອງຄົນປາກກືກຈະຮ້ອງເພງ, ເພາະນ້ຳໄດ້ໄຫລຂຶ້ນມາໃນອາຣາບາ, ແລະ ແມ່ນ້ຳທັງຫລາຍຈະເກີດຂຶ້ນໃນຖິ່ນທຸລະກັນດານ. ດິນຊາຍທີ່ຖືກແຜດເຜົາຈະກາຍເປັນສະນ້ຳ, ແລະ ພື້ນດິນທີ່ແຫ້ງແລ້ງຈະກາຍເປັນນ້ຳພຸ, ໃນທີ່ອາໄສຂອງຫມາປ່າ, ບ່ອນທີ່ພວກມັນເຄີຍນອນຢູ່.