lo_tq/isa/25/01.md

1.5 KiB

ເປັນຫຍັງເອຊາຢາຈຶ່ງໄດ້ຍົກຍ້ອງແລະສັນລະເສີນພຣະຢາເວ?

ເອຊາຢາຍົກບ້ອງພຣະອົງ ແລະ ສັນລະເສີນພຣະຢາເວເພາະພຣະອົງໄດ້ຊົງເຮັດສິ່ງຕ່າງໆ ທີ່ອັດສະຈັນ, ສິ່ງຕ່າງໆໄດ້ວາງແຜນໄວ້ດົນມາແລ້ວ, ໃນຄວາມສັດຊື່ຢ່າງສົມບູນ.

ພຣະຢາເວໄດ້ເຮັດສິ່ງຕ່າງທີ່ອັດສະຈັນໃດແດ່?

ພຣະຢາເວໄດ້ຊົງເຮັດໃຫ້ເມືອງເປັນກອງຂີ້ເຫຍື້ອ, ເມືອງປ້ອມປາການເປັນທີ່ເພພັງ ແລະ ເມືອງທີ່ປ້ອມຂອງພວກຄົນຕ່າງດ້າວບໍ່ເປັນເມືອງອີກຕໍ່ໄປ.

ການຕອບສະຫນອງຫຍັງເກີດຂື້ນຫລັງຈາກພຣະຢາເວໄດ້ຊົງເຮັດໃຫ້ເມືອງເປັນກອງຂີ້ເຫຍື້ອ, ແລະອື່ນໆ?

ຊົນຊາດທີ່ເຂັ້ມແຂງຈະຖວາຍພຣະກຽດແດ່ພຣະຢາເວ, ເມືອງຂອງຊົນຊາດທັງຫລາຍທີ່ໂຫດຮ້າຍຈະເກງກົວພຣະອົງ.