lo_tq/isa/23/17.md

1.2 KiB

ຈະເກີດຫຍັງຂຶ້ນກັບເມືອງຕີເຣຫລັງຈາກຖືກລືມເປັນເວລາເຈັດສິບປີ?

ພຣະຢາເວຈະຊົງຊ່ວຍຕີເຣ, ແລະ ເມືອງນັ້ນຈະເລີ່ມຫາເງິນອີກ ແລະ ເປັນຍິງໂສເພນີຄົນຫນຶ່ງໃຫ້ກັບທຸກຣາຊອານາຈັກຂອງແຜ່ນດິນໂລກ.

ຈະເກີດຫຍັງຂຶ້ນກັບຜົນກຳໄລ ແລະລາຍໄດ້ຂອງຕີເຣ?

ຜົນກຳໄລ ແລະລາຍໄດ້ຈະເປັນຂອງຖວາຍແດ່ພຣະຢາເວ.

ຈະເກີດຫຍັງຂື້ນກັບສິນຄ້າຂອງເມືອງຕີເຣ?

ມັນຈະຖືກມອບໃຫ້ແກ່ພວກຄົນທີ່ອາໃສຢູ່ຕໍ່ຫນ້າຂອງພຣະຢາເວ, ເພື່ອຈັດຫາອາຫານຢ່າງອຸດົມໃຫ້ກັບພວກເຂົາ ແລະ ມີເສື້ອຜ້າທີ່ມີຄຸນນະພາບດີທີ່ສຸດດ້ວຍ.