lo_tn/gen/04/06.md

3.7 KiB

ເຈົ້າເປັນຫຍັງຈຶ່ງຄຽດແຄ້ນ ແລະ ຫນ້າຕາບູດບຶ້ງ?

ພຣະເຈົ້າໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບນີ້ເພື່ອບອກກາອີນວ່າລາວຜິດທີ່ຈະໃຈຮ້າຍ ແລະ ຍາບຄາຍ. ພວກເຂົາອາດຈະມີຈຸດປະສົງຢາກເປີດໂອກາດໃຫ້ກາອິນສາລະພາບສິ່ງທີ່ ລາວໄດ້ເຮັດຜິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຖ້າເຈົ້າ....ຈະບໍ່ໄດ້ຮັບການຍອມຮັບບໍ?

ພຣະເຈົ້າໄດ້ໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບນີ້ເພື່ອເຕືອນກາອີນກ່ຽວກັບບາງສິ່ງທີ່ກາອີນຮູ້ດີແລ້ວ. ອາດຈະແປໄດ້ອີກວ່າ: "ເຈົ້າຮູ້ວ່າຖ້າເຈົ້າເຮັດໃນສິ່ງທີ່ຖືກຕ້ອງ, ເຮົາກໍຈະຍອມຮັບເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ແຕ່ຫາກເຈົ້າເຮັດໃນສິ່ງທີ່ບໍ່ຖືກຕ້ອງ....ຈະຄວບຄຸມເຈົ້າ

ພຣະເຈົ້າກ່າວເຖິງຄວາມບາບຄືກັບວ່າມັນເປັນຄົນ. ອາດແປໄດ້ອີກວ່າ: "ແຕ່ຖ້າເຈົ້າບໍ່ເຮັດໃນສິ່ງທີ່ຖືກຕ້ອງ, ເຈົ້າຈະປາຖະ ຫນາທີ່ຈະເຮັດບາບຫລາຍຍິ່ງຂື້ນ, ແລະເຈົ້າກໍ່ຈະເຮັດສິ່ງທີ່ຜິດບາບ. ເຈົ້າຕ້ອງປະຕິເສດທີ່ຈະເຊື່ອຟັງມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຄວາມບາບກຳລັງລໍ....ປາຖະຫນາທີ່ຈະຄວບຄຸມເຈົ້າ

ໃນນີ້ບາບຖືກກ່າວເຖິງວ່າເປັນສັດປ່າທີ່ອັນຕະລາຍຊຶ່ງກຳລັງລໍຖ້າໂອກາດທີ່ຈະໂຈມຕີກາອີນ. ອາດແປໄດ້ອີກວ່າ: "ເຈົ້າຈະໂກດແຄ້ນຈົນເຈົ້າຈະບໍ່ສາມາດຢຸດບາບໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມບາບ

ພາສາທີ່ບໍ່ມີຄຳນາມທີ່ມີຄວາມຫມາຍວ່າ "ບາບ" ສາມາດແປຄຳນີ້ວ່າ "ຄວາມປາຖະຫນາຂອງທ່ານທີ່ຈະເຮັດບາບ" ຫລື"ສິ່ງທີ່ບໍ່ດີທີ່ທ່ານຢາກເຮັດ."

ເຈົ້າຕ້ອງເອົາຊະນະມັນ

ພຣະຢາເວກ່າວເຖິງຄວາມປາຖະຫນາຂອງກາອີນທີ່ຈະເຮັດບາບຄືກັບວ່າຄວາມບາບນັ້ນເປັນຄົນຜູ້ຫນຶ່ງທີ່ກາອີນຄວນປົກຄອງ. ອາດຈະແປໄດ້ອີກວ່າ: "ເຈົ້າຕ້ອງຄວບຄຸມມັນເພື່ອເຈົ້າຈະບໍ່ເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)