lo_tn/gen/02/24.md

1.7 KiB

ຂໍ້ມູນທົ່ວໄປ:

ສິ່ງທີ່ຕໍ່ໄປນີ້ແມ່ນຖືກຂຽນໂດຍຜູ້ຂຽນ. ຜູ້ຊາຍບໍ່ໄດ້ເວົ້າເລື່ອງເຫລົ່ານີ້.

ດັ່ງນັ້ນ

"ຍ້ອນດັ່ງນັ້ນ"

ຜູ້ຊາຍຈຶ່ງຈາກພໍ່ແມ່ຂອງເຂົາ

"ຜູ້ຊາຍຈະອອກຈາກເຮືອນພໍ່ ແລະ ແມ່ຂອງລາວ." ນີ້ແມ່ນຫມາຍເຖີງຜູ້ຊາຍໂດຍທົ່ວໄປ. ມັນບໍ່ໄດ້ຫມາຍເຖິງຜູ້ຊາຍຄົນໃດຄົນຫນຶ່ງໃນເວລາສະເພາະໃດຫນຶ່ງ.

ພວກເຂົາຈະກາຍເປັນເນື້ອດຽວກັນ

ສຳນວນນີ້ເວົ້າກ່ຽວກັບກິດຈະກຳທາງເພດ ຄືກັບວ່າຮ່າງກາຍທີ່ຢູ່ນຳກັນກາຍເປັນຮ່າງກາຍດຽວ. ອາດແປໄດ້ອີກວ່າ: "ສອງຮ່າງກາຍຂອງພວກເຂົາຈະກາຍເປັນຫນຶ່ງຮ່າງກາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຂົາທັງສອງເປືອຍກາຍ

ຄຳສັບ "ພວກເຂົາ" ຫມາຍເຖີງຜູ້ຊາຍ ແລະ ຜູ້ຍິງທີ່ພຣະເຈົ້າຊົງສ້າງ.

ເປືອຍກາຍ

"ບໍ່ໄດ້ສວມໃສ່ເຄື່ອງນຸ່ງ"

ແຕ່ບໍ່ອາຍກັນ

"ພວກເຂົາບໍ່ອາຍໃນການເປືອຍກັນ"