lo_tn/gen/01/16.md

40 lines
3.3 KiB
Markdown

# ພຣະເຈົ້າຊົງສ້າງດວງແຈ້ງໃຫຍ່ສອງດວງ
"ດ້ວຍວິທີພຣະເຈົ້າຊົງສ້າງດວງແຈ້ງໃຫຍ່ສອງດວງ." ໃນປະໂຫຍກນີ້ໄດ້ອະທິບາຍສິ່ງທີ່ພຣະເຈົ້າໄດ້ເຮັດເມື່ອພຣະອົງຊົງກ່າວ.
# ດວງແຈ້ງໃຫຍ່ສອງດວງ
"ດວງແຈ້ງໃຫຍ່ສອງດວງ" ຫລື "ດວງແຈ້ງສະຫວ່າງສອງດວງ." ດວງແຈ້ງໃຫຍ່ສອງດວງນີ້ໄດ້ແກ່ດວງຕາເວັນ ແລະ ດວງເດືອນ.
# ຄອບຄອງກາງເວັນ
"ເພື່ອໃຫ້ຄວບຄຸມກາງເວັນເຫມືອນດັງຜູ້ປົກຄອງໄດ້ຄວບຄຸມກຸ່ມຄົນໃດຫນຶ່ງ" ຫລື "ເພື່ອເປັນເຄື່ອງຫມາຍເວລາຕອນກາງເວັນ." (ເບິ່ງເພີ່ມເຕີມ : [[rc://*/ta/man/translate/figs-personification]])
# ກາງເວັນ
ນີ້ແມ່ນຫມາຍເຖີງຊ່ວງເວລາກາງເວັນເທົ່ານັ້ນ
# ດວງແຈ້ງທີ່ຫນ້ອຍກວ່າ
"ແສງສະຫວ່າງທີ່ຫນ້ອຍກວ່າ" ຫລື "ແສງສະຫວ່າງທີ່ເບົາກວ່າ"
# ໃນທ້ອງຟ້າ
"ໃນສະຫວັນ" ຫລື "ໃນບ່ອນເປີດໂລ່ງຂອງທ້ອງຟ້າ"
# ເພື່ອແຍກຄວາມສະຫວ່າງອອກຈາກຄວາມມືດ
"ເພື່ອແຍກຄວາມແສງສະຫວ່າງອອກຈາກຄວາມມືດ" ຫລື "ເຮັດໃຫ້ມັນສະຫວ່າງໃນເວລາຫນຶ່ງ ແລະ ຄວາມມືດອີກເວລາອື່ນ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 3.
# ພຣະເຈົ້າຊົງເຫັນວ່າດີ
ຢູ່ທີ່ນີ້ "ມັນ" ຫມາຍເຖິງດວງອາທິດ, ດວງເດືອນ ແລະ ດວງດາວ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ1: 3.
# ເວລາຄ່ຳ ແລະ ເວລາເຊົ້າ
ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານຄວນແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)
# ເປັນວັນທີສີ່
ນີ້ຫມາຍເຖິງມື້ທີສີ່ທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.