lo_tn/gen/01/14.md

4.7 KiB

ຈົ່ງມີດວງສະຫວ່າງໃນທ້ອງຟ້າ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າເກີດມີດວງສະຫວ່າງ, ພຣະເຈົ້າໄດ້ເຮັດໃຫ້ມັນເກີດມີຈິງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-imperative)

ສະຫວ່າງໃນທ້ອງຟ້າ

"ສິ່ງທີ່ສ່ອງແສງໃນທ້ອງຟ້າ" ຫລື "ສິ່ງທີ່ໃຫ້ແສງສະຫວ່າງໃນທ້ອງຟ້າ." ສິ່ງນີ້ຫມາຍ ເຖິງດວງອາທິດ, ດວງເດືອນ ແລະ ດວງດາວ.

ໃນທ້ອງຟ້າ

"ໃນຄວາມວ່າງເປົ່າຂອງທ້ອງຟ້າ" ຫລື "ໃນພື້ນທີ່ກວ້າງໃຫຍ່ຂອງທ້ອງຟ້າ"

ແຍກກາງເວັນອອກຈາກກາງຄືນ

"ເພື່ອແຍກກາງເວັນອອກຈາກກາງຄືນ." ນີ້ຫມາຍເຖີງ "ເພື່ອຊ່ວຍພວກເຮົາບອກໄດ້ເຖີງຄວາມແຕກຕ່າງລະຫວ່າງກາງເວັນ ແລະ ກາງຄືນ." ດວງຕາເວັນຫມາຍເຖີງກາງເວັນ, ແລະ ດວງເດືອນ ແລະ ດາວທັງຫລາຍຫມາຍເຖີງກາງຄືນ.

ໃຫ້ພວກມັນເປັນສັນຍາລັກ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າໃຫ້ພວກມັນເປັນສັນຍາລັກ, ພຣະເຈົ້າໄດ້ເຮັດໃຫ້ມັນເປັນສັນຍາລັກ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ພວກມັນມີຫນ້າທີ່ເປັນສັນຍາລັກ" ຫລື "ໃຫ້ພວກມັນສະແດງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-imperative)

ສັນຍາລັກ

ນີ້ຫມາຍເຖີງບາງສິ່ງບາງຢ່າງທີ່ສະແດງອອກ ຫລື ຊີ້ໃຫ້ເຫັນບາງສິ່ງບາງຢ່າງ.

ສຳລັບລະດູຕ່າງ

"ລະດູຕ່າງໆ" ຫມາຍເຖິງຊ່ວງເວລາທີ່ຈັດໄວ້ເພື່ອຈັດງານເທດສະການຕ່າງໆ ແລະ ສິ່ງອື່ນໆ ທີ່ຄົນເຮັດ.

ສຳລັບລະດູຕ່າງໆ, ສຳລັບວັນຕ່າງໆ ແລະປີທັງຫລາຍ

ດວງອາທິດ, ດວງເດືອນ ແລະ ດວງດາວສະແດງເວລາທີ່ຜ່ານໄປ. ສິ່ງນີ້ຊ່ວຍໃຫ້ພວກເຮົາຮູ້ວ່າ ມັນຮອດເວລາສຳລັບເຫດການ ທີ່ເກີດຂື້ນໃນແຕ່ລະອາທິດ, ເດືອນ, ຫລື ປີ.

ໃຫ້ມັນທັງຫລາຍກາຍເປັນດວງສະຫວ່າງໃນທ້ອງຟ້າ ເພື່ອທີ່ຈະໃຫ້ແສງສະຫວ່າງເຫນືອແຜ່ນດິນ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາໃຫ້ພວກມັນຊ່ອງສະຫວ່າງວ່າເກີດມີດວງສະຫວ່າງ, ພຣະເຈົ້າໄດ້ເຮັດໃຫ້ເກີດມີແສງສະຫວ່າງແກ່ໂລກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-imperative)

ໃຫ້ແສງສະຫວ່າງເຫນືອແຜ່ນດິນ

"ເຮັດໃຫ້ມີແສງສະຫວ່າງສ່ອງເທິງໂລກ" ຫລື "ເຮັດໃຫ້ໂລກສົດໃສ." ແຜ່ນດິນໂລກບໍ່ໄດ້ສ່ອງແສງຕົນເອງແຕ່ ວ່າມັນຖືກສະຫວ່າງ ແລະ ສະທ້ອນແສງສະຫວ່າງ.

ກໍເປັນດັ່ງນັ້ນ

"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂື້ນ." ສິ່ງທີ່ພະເຈົ້າສັ່ງ ກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ. ເບິ່ງທ່ານແປຂໍ້ນີ້ຢູ່ໃນ 1:6