lo_tn/gen/01/09.md

2.8 KiB

ໃຫ້ນ້ຳ...ລວມຢູ່ໃນທີ່ດຽວກັນ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ນີ້ແມ່ນຄຳສັ່ງ. ໂດຍບັນຊາວ່າໃຫ້ນໍ້າມາເຕົ້າໂຮມກັນ, ພຣະເຈົ້າໄດ້ເຮັດໃຫ້ພວກມັນໂຮມເຂົ້າກັນ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ນໍ້າ ... ເຂົ້າມາລວມກັນ" ຫລື "ຈົ່ງໃຫ້ນໍ້າ... ມາເຕົ້າໂຮມກັນ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-imperative]])

ໃຫ້ພື້ນດິນແຫ້ງປາກົດຂຶ້ນ

ນໍ້າໄດ້ປົກຄຸມແຜ່ນດິນ. ບັດນີ້ນໍ້າກໍ່ໄດ້ຍ້າຍໄປ ແລະ ປະກົດບາງສ່ວນຂອງພື້ນທີ່ດິນ. ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າໃຫ້ມີດິນແຫ້ງປາກົດຂື້ນ, ພຣະເຈົ້າໄດ້ເຮັດໃຫ້ມັນປະກົດຂື້ນ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ດິນແຫ້ງປະກົດຂື້ນມາ" ຫລື "ຈົ່ງໃຫ້ດິນແຫ້ງກາຍເປັນທີ່ເບິ່ງເຫັນ" ຫລື "ຈົ່ງໃຫ້ພື້ນທີ່ດິນຖືກຄົ້ນພົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-imperative)

ພື້ນດິນແຫ້ງ

ນີ້ຫມາຍເຖີງພື້ນດິນທີ່ບໍ່ຖືກປົກຄຸມດ້ວຍນໍ້າ. ມັນບໍ່ໄດ້ຫມາຍເຖີງພື້ນດິນທີ່ແຫ້ງເກີນທີ່ຈະປູກຝັງໄດ້.

ກໍເປັນດັ່ງນັ້ນ

"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂື້ນ." ສິ່ງທີ່ພຣະເຈົ້າສັ່ງ ກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ. ແປດັ່ງກ່າວນີ້ແມ່ນຄືກັນກັບໃນຂໍ້ 1:6.

ແຜ່ນດິນ

"ດິນ" ຫລື "ພື້ນດິນ"

ພຣະອົງຊົງເຫັນວ່າດີ

ໃນນີ້ເບິ່ງວິທີທີ່ທ່ານຄວນແປຂໍ້ນີ້ໃນ1:3.