lo_tn/gal/06/14.md

3.8 KiB

ຂໍຢ່າໃຫ້ຂ້າພະເຈົ້າອວດໃນເລື້ອງອື່ນເລີຍນອກຈາກເລື້ອງໄມ້ກາງແຂນ

"ຂ້າພະເຈົ້າບໍ່ຕ້ອງການອວດຫຍັງນອກຈາກເລື້ອງໄມ້ກາງແຂນ" ຫລື "ຂ້າພະເຈົ້າຕ້ອງການອວດແຕ່ເລື້ອງໄມ້ກາງແຂນ"

ໂລກໄດ້ຖືກຄຶງໄວ້ຈາກຂ້າພະເຈົ້າ

ປະໂຫຍກນີ້ສາມາດຈັດໃຫມ່ໂດຍໃຫ້ປະທານໃນປະໂຫຍກເປັນຜູ້ກະທຳ. ແປໄດ້ອີກວ່າ: "ຂ້າພະເຈົ້າຄິດວ່າໂລກໄດ້ຕາຍໄປແລ້ວ" ຫລື "ຂ້າພະເຈົ້າໄດ້ເບິ່ງໂລກເປັນເຫມືອນຄາດຕະກອນທີ່ພຣະເຈົ້າໄດ້ຊົງປຣະທານທີ່ໄມ້ກາງແຂນແລ້ວ" (ເບິ່ງ: rc://*/ta/man/translate/figs-activepassive)

ຂ້າພະເຈົ້າກໍ່ຖືກຄຶງໄວ້ຈາກໂລກ

ເຂົ້າໃຈວ່າຄຳວ່າ "ໄດ້ຖືກຄຶງ" ເປັນປະໂຫຍກທີ່ຢູ່ກ່ອນຫນ້ານີ້. ແປໄດ້ອີກວ່າ: "ແລະຂ້າພະເຈົ້າໄດ້ຖືກຄຶງໄວ້ຈາກໂລກແລ້ວ"(ເບິ່ງ: rc://*/ta/man/translate/figs-ellipsis)

ຂ້າພະເຈົ້າກໍ່ຖືກຄຶງໄວ້ຈາກໂລກ

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ໂລກຄິດວ່າຂ້າພະເຈົ້າຕາຍໄປແລ້ວ" ຫລື 2) "ໂລກເບິ່ງຂ້າພະເຈົ້າຄືເປັນຄາດຕະກອນທີ່ພຣະເຈົ້າໄດ້ປະຫານເທິງໄມ້ກາງເຂນ"

ໂລກ

ຄວາມຫມາຍທີ່ເປັນໄປໄດ້ຄື 1) ຄົນຂອງໂລກທີ່ບໍ່ສົນໃຈຫຍັງໃນເລື້ອງຂອງພຣະເຈົ້າ ຫລື 2) ສິ່ງທີ່ຄົນຜູ້ບໍ່ສົນໃຈເລື້ອງພຣະເຈົ້າຄິດວ່າເປັນເລື້ອງສຳຄັນ

ບໍ່ສຳຄັນຢ່າງໃດ

"ບໍ່ສຳຄັນຕໍ່ພຣະເຈົ້າ"

ການຖືກສ້າງໃຫມ່

ຄວາມຫມາຍທີ່ເປັນໄປໄດ້ຄື 1) ຜູ້ເຊື່ຶອໃຫມ່ໃນພຣະເຢຊູຄຣິດ ຫລື 2) ຊີວິດໃຫມ່ຂອງບັນດາຜູ້ເຊື່ອ

ຂໍໃຫ້ສັນຕິສຸກແລະພຣະເມດຕາເຈົ້າຈົງມີແກ່ທຸກຄົນທີ່ດຳເນີນຊີວິດຕາມກົດນີ້ ແລະແກ່ຄົນອິສາຣາເອນຂອງພຣະເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ຄື 1) ບັນດາຜູ້ເຊື່ອທົ່ວໄປເປັນອິສາຣາເອນຂອງພຣະເຈົ້າ ຫລື 2) "ຂໍໃຫ້ສັນຕິສຸກແລະພຣະເມດຕາເຈົ້າຈົງມີແກ່ຄົນຕ່າງຊາດທີ່ເປັນຜູ້ເຊື່ອແລະແກ່ຄົນອິສາຣາເອນຂອງພຣະເຈົ້າ" ຫລື 3) "ຂໍໃຫ້ສັນຕິສຸກຈົງມີແກ່ຄົນທີ່ເຮັດຕາມກົດບັນຍັດ ແລະຂໍໃຫ້ພຣະເມດຕາມີກັບຄົນອິສາຣາເອນຂອງພຣະເຈົ້າ"