lo_tn/gal/05/11.md

5.0 KiB

ພີ່ນ້ອງທັງຫລາຍ, ຖ້າຂ້າພະເຈົ້າຍັງເທດສະຫນາຊັກຊວນໃຫ້ຮັບພິທີຕັດ, ເຫດໃດຂ້າພະເຈົ້າຈຶ່ງຍັງຖືກຂົ່ມເຫັງຢູ່ອີກ?

ໂປໂລກຳລັງເວົ້າເຖິງສະຖານະການຫນຶ່ງທີ່ບໍ່ໄດ້ເກີດຂຶ້ນແທ້ເພື່ອເນັ້ນວ່າຜູ້ຄົນກຳລັງຂົ່ມເຫັງທ່ານບໍ່ໄດ້ປະກາດໃຫ້ຜູ້ຄົນມາເປັນຄົນຢິວ. ປະໂຫຍກນີ້ສາມາດແປໂດໃຫ້ປະທານໃນປະໂຫຍກເປັນຜູ້ເຮັດໄດ້. ແປໄດ້ອີກວ່າ: "ພີ່ນ້ອງທັງຫລາຍທ່ານໄດ້ເຫັນແລ້ວວ່າຂ້າພະເຈົ້າບໍ່ໄດ້ປະກາດເລື້ອງການເຂົ້າພິທີການຕັດ ເພາະຄົນຢິວກຳລັງຂົ່ມເຫັງຂ້າພະເຈົ້າຢູ່." (ເບິ່ງ: [[rc:///ta/man/translate/figs-rquestion]] and [[rc:///ta/man/translate/figs-hypo]])

ພີ່ນ້ອງທັງຫລາຍ

ໃຫ້ໃຊ້ຄຳແປແບບນີ້ໃນບົດ 1: 1

ຖ້າເຊັນນັ້ນຫີນທີ່ເຮັດໃຫ້ສະດຸດເລື້ອງໄມ້ກາງແຂນຖືກທຳລາຍໄປແລ້ວ

ໂປໂລກຳລັງອະທິບາຍເຖິງສະຖານະການທີ່ບໍ່ໄດ້ເກີດຂຶ້ນແທ້ເພື່ອເນັ້ນວ່າຜູ້ຄົນຂົ່ມເຫັງລາວເພາະວ່າທ່ານກຳລັງປະກາດວ່າພຣະເຈົ້າຊົງໃຫ້ອະໄພເພາະສິ່ງທີ່ພຣະເຢຊູໄດ້ກະທຳໃຫ້ສຳເລັດທີ່ໄມ້ກາງແຂນ. (ເບິ່ງ: rc://*/ta/man/translate/figs-hypo)

ຖ້າເຊັ່ນນັ້ນ

"ຖ້າຂ້າພຣະເຈົ້າຍັງບອກວ່າທຸກຄົນຕ້ອງມາເປັນຄົນຢິວ"

ຖ້າເຊັ່ນນັ້ນຫີນທີ່ຈະເຮັດໃຫ້ສະດຸດເລື້ອງໄມ້ກາງແຂນຖືກທຳລາຍໄປແລ້ວ

ປະໂຫຍກນີ້ສາມາດແປໂດຍໃຫ້ປະທານໃນປະໂຫຍກເປັນຜູ້ກະທຳ. ແປໄດ້ອີກວ່າ: "ການສອນເລື້ອງໄມ້ກາງແຂນບໍ່ໄດ້ເປັນອຸປະສັກ" ຫລື "ບໍ່ມີສິ່ງໃດໃນຄຳສອນເລື້ອງໄມ້ກາງແຂນທີ່ເຮັດໃຫ້ຜູ້ຄົນສະດຸດ" (ເບິ່ງ: rc://*/ta/man/translate/figs-activepassive)

ຖ້າເຊັ່ນນັ້ນຫີນທີ່ຈະເຮັດໃຫ້ສະດຸດເລື້ອງໄມ້ກາງແຂນຖືກທຳລາຍໄປແລ້ວ

ສະດຸດຫມາຍເຖິງການເຮັດບາບ, ແລະຫີນທີ່ເຮັດໃຫ້ສະດຸດ ຫມາຍເຖິງບາງສິ່ງທີ່ເຮັດໃຫ້ຜູ້ຄົນຫລົງເຮັດບາບ. ໃນກໍລະນີນີ້ ຄວາມບາບຄືການປະຕິເສດຄວາມຈິງແຫ່ງຄຳສອນທີ່ບອກວ່າການທີ່ຈະໄດ້ຄືນດີກັບພຣະເຈົ້າ, ຄົນເຮົາຈະຕ້ອງເຊື່ອວ່າພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອເຮົາ. ແປໄດ້ອີກວ່າ: "ຄຳສອນເລື້ອງໄມ້ກາງແຂນທີ່ເຮັດໃຫ້ຜູ້ຄົນປະຕິເສດຄວາມຈິງນັ້ນໄດ້ຖືກທຳລາຍໄປແລ້ວ" ຫລື "ບໍ່ມີສິ່ງໃດໃນຄຳສອນເລື້ອງພຣະເຢຊູຊົງຕາຍເທິງໄມ້ກາງແຂນທີ່ເຮັດໃຫ້ຜູ້ຄົນປະຕິເສດຄຳສອນ" (ເບິ່ງ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-explicit]])

ຕອນຕົນເອງເສຍ

ຄວາມຫມາຍທີ່ເປັນໄປໄດ້ຄື 1) ແປຕາມຕົວອັກສອນ, ຄືຕັດອະໄວຍະວະເພດຊາຍຖິ້ມເສຍເພື່ອຈະໄດ້ເປັນຂັນທີ ຫລື 2) ເປັນການປຽບທຽບ, ຫມາຍເຖິງການຖອນຕົວອອກຈາກສັງຄົມຂອງຄຣິສະຕຽນຢ່າງເດັດຂາດ. (ເບິ່ງ: rc://*/ta/man/translate/figs-metaphor)